ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອນ ຈູດທຳ​ລາຍ​ ​ ສຳ​ນັ​ກງານ​ລັດ​ແຫ່ງ​ຕ່າງໆ ​ຂອງ ປາ​ແລັດ​ສະ​ຕິນ ຢູ່​ດ່ານ​ຊາຍແດນ Rafah

(VOVWORLD) - ກອງທັບອິດສະລາແອັນ ໄດ້ຈູດທຳລາຍ ສຳນັກງານລັດແຫ່ງຕ່າງໆ ຂອງປາແລັດສະຕິນ ຢູ່ ດ່ານຊາຍແດນ Rafah ເຊື່ອມຕໍ່ເຂດກາຊາ ແລະ ແຫຼມ Sinai ຂອງ ເອຢິບ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອນ ຈູດທຳ​ລາຍ​ ​ ສຳ​ນັ​ກງານ​ລັດ​ແຫ່ງ​ຕ່າງໆ ​ຂອງ ປາ​ແລັດ​ສະ​ຕິນ ຢູ່​ດ່ານ​ຊາຍແດນ Rafah - ảnh 1ພາບປະກອບ:  AFP

ວັນທີ 17 ມິຖຸນາ, ສື່ມວນຊົນ ປາແລັດສະຕິນ ແລະ ເຂດຕາເວັນອອກກາງ ໃຫ້ຮູ້ວ່າ ກອງທັບອິດສະລາແອັນ ໄດ້ຈູດທຳລາຍ ສຳນັກງານລັດແຫ່ງຕ່າງໆ ຂອງປາແລັດສະຕິນ ຢູ່ ດ່ານຊາຍແດນ Rafah ເຊື່ອມຕໍ່ເຂດກາຊາ ແລະ ແຫຼມ Sinai ຂອງ ເອຢິບ. ສ່ວນກຳລັງປ້ອງກັນ ອິດສະລາແອັນ (IDF) ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ເຄິ່ງໜຶ່ງກຳລັງສູ້ຮົບຂອງ ຮາມາດສຢູ່ Rafah ໄດ້ຖືກດັບສູນຢ່າງໜ້ອຍສຸດ ແມ່ນມືປຶນ 550 ຄົນ. ໄປຄຽງຄູ່ກັນນັ້ນ, IDF ກໍ່ພົບເຫັນ ແລະ ທຳລາຍອຸມົງທາງໃຕ້ດິນປະມານ 200 ແຫ່ງຂອງ ຮາມາດສ ຢູ່ເຂດແລວທາງ Philadelphi ເຊິ່ງເປັນເຂດແບງ ລະຫວ່າງເຂດກາຊາ ແລະ ແຫຼມ Sinai ຂອງເອຢິບ. IDF ຢັ້ງຢືນກຳລັງນີ້ ມີນັກຮົບ 22 ເສຍຊີວິດນັບແຕ່ເວລາເລີ່ມຕົ້ນບັ້ນບຸກໂຈມຕີທາງບົກເລັ່ງໃສ່ ນະຄອນ Rafah ໃນວັນທີ 7 ພຶດສະພາ. ບັນດາການບຸກໂຈມຕີຢ່າງຕໍ່ເນື່ອງຂອງ ອິດສະລາແອັນ ເລັ່ງໃສ່ ລີບັງ ໄດ້ດຳເນີນກົມກັບຈຸດເວລາທີ່ ທ່ານ Amos Hochstein  ທີ່ປຶກສາຂັ້ນສູງຂອງທ່ານປະທານາທາບໍດີ ອາເມລິກາ Joe Biden ພວມມີໜ້າຢູ່ ອິດສະລາແອັນ ເພື່ອຜັນຂະຫຍາຍຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງລຽບຕາມຊາຍແດນ ລະຫວ່າງ ອິດສະລາແອັນ ແລະ ລີບັງ ລົງ.

ຕອບກັບ

ຂ່າວ/ບົດ​ອື່ນ