ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ຖອນ​ທະ​ຫານ​ອອກ​ຈາກ​ທາງ​ທິດ​ເໜືອ​ເຂດ ກາ​ຊາ

(VOVWORLD) - ປັດຈຸບັນ ຍັງບໍ່ຮູ້ແຈ້ງກ່ຽວກັບການຖອນທະຫານນີ້ແມ່ນຍາວນານ ຫຼືພຽງແຕ່ແມ່ນການກະທຳເພື່ອແນໃສ່ຈັດແບ່ງບັນດາກຳລັງອິດສະລາແອັນຄືນໃໝ່.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ຖອນ​ທະ​ຫານ​ອອກ​ຈາກ​ທາງ​ທິດ​ເໜືອ​ເຂດ ກາ​ຊາ - ảnh 1ພາບປະກອບ: TTXVN

ວັນທີ 1 ກຸມພາ, ບັນດາຕົວພະຍານ ໃຫ້ຮູ້ວ່າ ເປັນຄັ້ງທຳອິດ ທີ່ກອງທັບ ອິດສະລາແອັນ ໄດ້ຖອກທະຫານອອກຈາກເຂດທີ່ກວ້າງໃຫຍ່ ຢູ່ທາງທິດເໜືອເຂດກາຊາ ນັບແຕ່ເວລາເປີດບັ້ນບຸກໂຈມຕີທາງບົກຢູ່ເຂດດິນແດນແຫ່ງນີ້. ພາຍຫຼັງ ອິດສະລາແອັນຖອກທະຫານ, ມີປະຊາຊົນນັບສິບຄົນ ໄດ້ກັບຄືນໄປບັນດາເຂດດັ່ງກ່າວ ເພື່ອກວດກາເຮືອນຊານ ຂອງເຂົາເຈົ້າ ແລະ ມີບາງຄົນ ມາເພື່ອຊອກຫາ ສົບຂອງຊາວປາແລັດສະຕິນທີ່ເສຍຊີວິດໃນບັນດາເຫດບຸກໂຈມຕີ.

ປັດຈຸບັນ ຍັງບໍ່ຮູ້ແຈ້ງກ່ຽວກັບການຖອນທະຫານນີ້ແມ່ນຍາວນານ ຫຼືພຽງແຕ່ແມ່ນການກະທຳເພື່ອແນໃສ່ຈັດແບ່ງບັນດາກຳລັງອິດສະລາແອັນຄືນໃໝ່. ອຳນາດການປົກຄອງ Tel Aviv ຍັງບໍ່ທັນຍົກອອກຄຳຄິດເຫັນໃດໆກ່ຽວກັບຂໍ້ມູນນີ້.

ການກະທຳຖອນຖະຫານນີ້ ໄດ້ດຳເນີນພາຍຫຼັງບັນດາບົດລາຍງານທີ່ສະແດງໃຫ້ເຫັນຄວາມຄືບໜ້າໃນການເຈລະຈາ ລະຫວ່າງ ອິດສະລາແອັນ ແລະ ຮາມາດສ ອາດຈະຊຸກຍູ້ຄຳສັ່ງຢຸດຍິງ ແລະ ເລື່ອງ ຮາມາດສ ປ່ອຍຕົວຊາວອິດສະລາແອັນທີ່ຖືກກຳລັງນີ້ກັກຕົວໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ