ການ​ປະ​ທະ​​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ

(VOVWORLD) - ປະຊາຊົນ ອິດສະລາແອັນ ພວມນັບມື້ນັບຮ້ອນໃຈ ແລະ ເລັ່ງໃຫ້ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງຢຸດຍິງ ເພື່ອປ່ອຍຈຳນວນຕົວປະກັນ ທີ່ຍັງຖືກກັກຕົວຢູ່ ກາຊາ. 
ການ​ປະ​ທະ​​ກັນ ຮາ​ມາດສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ - ảnh 1(ພາບປະກອບ: THX/TTXVN)

ວັນທີ 23 ພຶດສະພາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ພາຍຫຼັງການປະຊຸມທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 22 ພຶດສະພາ, ຄະນະພາຍໃນລັດຖະບານ ກ່ຽວກັບສົງຄາມຂອງປະເທດນີ້ ໄດ້ຮຽກຮ້ອງໃຫ້ກຸ່ມເຈລະຈາ ຂອງ ອິດສະລາແອັນ ເຊື່ອມຕໍ່ການປຶກສາຫາລືກ່ຽວກັບບັນຫາປ່ອຍຕົວປະກັນຍັງຖືກກັກຕົວ ຢູ່ ເຂດກາຊາ. ຮອບເຈລະຈາກ່ອນນັ້ນ ໄດ້ສິ້ນສຸດລົງ ພາຍຫຼັງ ອິດສະລາແອັນ ຜັນຂະຫຍາຍການເຄື່ອນໄຫວການທະຫານ ທາງບົກ ເຂົ້າໄປຍັງນະຄອນ Rafah ຢູ່ທາງທິດໃຕ້ ເຂດກາຊາ ໃນຕົ້ນເດືອນ ພຶດສະພານີ້.

ປະຊາຊົນ ອິດສະລາແອັນ ພວມນັບມື້ນັບຮ້ອນໃຈ ແລະ ເລັ່ງໃຫ້ ລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງຢຸດຍິງ ເພື່ອປ່ອຍຈຳນວນຕົວປະກັນ ທີ່ຍັງຖືກກັກຕົວຢູ່ ກາຊາ. ພ້ອມກັນນັ້ນ, ປະຊາຄົມສາກົນກໍ່ ຍັງສືບຕໍ່ຮຽກຮ້ອງໃຫ້ ອິດສະລາແອັນ ແລະ ຮາມາດສ ມຸ່ງໄປເຖິງຂໍ້ຕົກລົງຢຸດຍິງ, ຜ່ານບົດບາດເປັນກາງໄກ່ເກ່ຍຂອງ ອາເມລິກາ, ເອຢິບ ແລະ ກາຕາ.

ຕອບກັບ

ຂ່າວ/ບົດ​ອື່ນ