ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ​ໃຫ້​​ຢັ້ງ​ຢືນ​ກາ​ລະໂອ​ກາດ​ທີ່​ດີ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ

(VOVWORLD) - ວັນທີ 10 ກໍລະກົດ, ກະຊວງປ້ອງກັນປະເທດ ອິດສະລາແອັນ ໃຫ້ຮູ້ວ່າ ປະເທດນີ້ ແລະ ອາເມລິກາລ້ວນແຕ່ເຫັນດີເປັນເອກະພາບຖືວ່າ ການກຳແໜ້ນໂອກາດເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ມີຄວາມໝາຍສຳຄັນ, ແຕ່ກໍ່ຍອມຮັບວ່າຍັງມີສິ່ງທ້າທາຍຫຼາຍຢ່າງ.

ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ລາ​ແອັນ: ອິດ​ສະ​ລາ​ແອັນ​ໃຫ້​​ຢັ້ງ​ຢືນ​ກາ​ລະໂອ​ກາດ​ທີ່​ດີ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ - ảnh 1ພາບປະກອບ: THX/TTXVN

ການປະກາດດັ່ງກ່າວໄດ້ຍົກອອກມາພາຍຫຼັງການພົບປະກັນລະຫວ່າງ ທ່ານ Yoav Gallant ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ກັບທ່ານ Brett McGurk ທູດພິເສດ ອາເມລິກາກ່ຽວກັບພາກຕາເວັນອອກກາງ  ໃນຕອນຄ່ຳວັນທີ 9 ກໍລະກົດ ຢູ່ Jerusalem. ທີ່ການພົບປະ, ທ່ານລັດຖະມົນຕີ Yoav Gallant ໃຫ້ຮູ້ວ່າ ອິດສະລາແອັນ ສະໜັບສະໜູນການເປີດປະຕູດ່ານຊາຍແດນ Rafah ລະຫວ່າງ ເອຢິບ ແລະ ເຂດກາຊາຄືນໃໝ່, ແຕ່ບໍ່ຍອມຮັບເລື່ອງຂະບວນການອິດສະລາມ ຮາມາດສ ກໍ່ກັບຄືນສູ່ເຂດນີ້.

ແລະກໍ່ໃນວັນດຽວກັນ, ອິດສະລາແອັນ ໄດ້ຍູ້ແຮງການເຄື່ອນໄຫວທາງການທະຫານຢູ່ທາງທິດເໜືອ ແລະ ພາກກາງເຂດດິນແດນຢູ່ແຄມທະເລ ເມດີເຕເຣນຽນ. ປະຊາຊົນໃຫ້ຮູ້ວ່າກຳລັງອິດສະລາແອັນ ໄດ້ບຸກເຂົ້າໄປເລິກໃນດິນແດນສອງເຂດຂອງນະຄອນ ກາຊາ, ພົນທະຫານໄດ້ດຳເນີນການກວດກາເຮືອນແຕ່ລະຫຼັງໃນຂະນະທີ່ລົດຖັງໄດ້ຍິງປຶນໃຫຍ່ເຂົ້າໃສ່ເຮືອນຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ