ການປະທະກັນຢູ່ Nagorno-Karabakh: ການປະທະກັນສືບຕໍ່ເກີດຂຶ້ນໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ

(VOVWORLD) -ການປະທະກັນທີ່ເກີດຂຶ້ນເປັນເວລາກວ່າ 2 ອາທິດຢູ່ເຂດນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 600 ຄົນ, ໃນນັ້ນມີສາມັນຊົນ 73 ຄົນ.
ການປະທະກັນຢູ່ Nagorno-Karabakh: ການປະທະກັນສືບຕໍ່ເກີດຂຶ້ນໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງ - ảnh 1 (ພາບປະກອບ: AP/riverbender.com)

ວັນທີ 13 ຕຸລາ, ການປະທະກັນໄດ້ເກີດຂຶ້ນຄືນໃໝ່ລະຫວ່າງບັນດາກຳລັງຂອງ ອາກເມນີ ແລະ ອາແຊັກໄບຊານ ຢູ່ເຂດປະທະກັນ Nagorno-Karabakh ໂດຍບໍ່ຫົວຊາຕໍ່ເລື່ອງບັນດາປະເທດມະຫາອຳນາດຢູ່ພາກພື້ນ ແລະ ໃນໂລກໄດ້ຮຽກຮ້ອງປະຕິບັດຄຳສັ່ງຢຸດຍິງທີ່ຫາກໍ່ບັນລຸໄດ້ໃນທ້າຍອາທິດຜ່ານມາ.

        ຕາມຕົວເລກສະຖິຕິທີ່ຍັງບໍ່ເປັນທາງການຂອງ 2 ຝ່າຍ, ການປະທະກັນທີ່ເກີດຂຶ້ນເປັນເວລາກວ່າ 2 ອາທິດຢູ່ເຂດນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 600 ຄົນ, ໃນນັ້ນມີສາມັນຊົນ 73 ຄົນ.

        ໃນວັນດຽວກັນ, ອີຣານ ໃຫ້ຮູ້ວ່າ, ມີເຮືອບິນບໍ່ມີຄົນຂັບທີ່ຍັງບໍ່ທັນໄດ້ຢັ້ງຢືນຖືກຍິງຕົກຢູ່ໃກ້ກັບເຂດຊາຍແດນທາງທິດເໜືອ, ຕິດກັບ ອາແຊັກໄບຊານ.

ຕອບກັບ

ຂ່າວ/ບົດ​ອື່ນ