ການ​ປະ​ທະ​ກັນ​ຢູ່ Nagorny – Karabakh: ລັດ​ເຊຍ ແລະ ຝ​ລັ່ງ ຮຽກ​ຮ້ອງ​ໃຫ້​​ຢຸດ​ຍິງ

(VOVWORLD) -    ວັນທີ 30 ກັນຍາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຝຣັ່ງ Emmanuel Macron ຮຽກຮ້ອງໃຫ້ຢຸດຍິງ ຢູ່ເຂດ Nagorny – Karabakh, ພ້ອມທັງໃຫ້ຮູ້ວ່າ ເຂົາເຈົ້າພ້ອມແລ້ວທີ່ຈະຍູ້ແຮງບັນດາຄວາມມານະພະຍາຍາມທາງການທູດ ເພື່ອຊ່ວຍແກ້ໄຂບັນດາຄວາມບໍ່ລົງລອຍກັນ.
ການ​ປະ​ທະ​ກັນ​ຢູ່ Nagorny – Karabakh: ລັດ​ເຊຍ ແລະ ຝ​ລັ່ງ ຮຽກ​ຮ້ອງ​ໃຫ້​​ຢຸດ​ຍິງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຝຣັ່ງ Emmanuel Macron ຮຽກຮ້ອງໃຫ້ຢຸດຍິງ ຢູ່ເຂດ Nagorny – Karabakh (ພາບ: AFP/TTXVN)

ໃນແຈ້ງການສະບັບໜຶ່ງຂອງວັງ Kremlin  ໃຫ້ຮູ້ວ່າ: “ທ່ານປະທານາທິບໍດີ Vladimir Putin ແລະ  ທ່ານ Emmanuel Macron ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງທັງໝົດ ຈົ່ງຢຸດຕິການປະທະກັນໃນທັນທີ, ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຈົ່ງອົດກັ້ນຢ່າງສຸດຂີດ.

        ຕາມແຈ້ງການສະບັບດັ່ງກ່າວແລ້ວ, ຕາມການສະເໜີຂອງທ່ານປະທານາທິບໍດີ Emmanuel Macron ທີ່ໄດ້ຍົກອອກມາໃນການເຈລະຈາ, ການນຳສອງທ່ານ ໄດ້ປຶກສາຫາລື ກ່ຽວກັບບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມື ແລະ ໃຫ້ບຸລິມະສິດໃນຂອບເຂດກົນໄກຂອງກຸ່ມ Minsk”. ໄປຄຽງຄູ່ກັນນັ້ນ, ການນຳສອງທ່ານ ກໍສະແດງຄວາມພ້ອມ ຕາງໜ້າໃຫ້ກຸ່ມ Minsk ຍົກອອກແຈ້ງການຮຽກຮ້ອງໃຫ້ຢຸດຍິງໃນທັນທີ ແລະ ເລີ່ມດຳເນີນການເຈລະຈາ.


ຕອບກັບ

ຂ່າວ/ບົດ​ອື່ນ