ການປະທະກັນຢູ່ Nagorny-Karabakh: ອາເມລິກາ,ຝລັ່ງ,ລັດເຊຍ ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ຢຸດຕິການເປັນປໍລະປັກ

(VOVWORLD) -ລັດເຊຍ, ຝລັ່ງ ແລະ ອາເມລິກາ ໄດ້ຮຽກຮ້ອງໃຫ້ກຳລັງຂອງ ອາແຊັກໄບຊານ ແລະ ອາກເມນີ ຢຸດຍິງຢູ່ເຂດ Nagorny – Karabakh ໃນທັນທີ

ການປະທະກັນຢູ່ Nagorny-Karabakh: ອາເມລິກາ,ຝລັ່ງ,ລັດເຊຍ ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ຢຸດຕິການເປັນປໍລະປັກ - ảnh 1ເຮືອນຫຼັງໜຶ່ງຖືກເປເພຢູ່ເຂດ Nagorny – Karabakh

(ພາບ: THX/TTXVN)

ວັນທີ 01 ຕຸລາ, ລັດເຊຍ, ຝລັ່ງ ແລະ ອາເມລິກາ ໄດ້ຮຽກຮ້ອງໃຫ້ກຳລັງຂອງ ອາແຊັກໄບຊານ ແລະ ອາກເມນີ ຢຸດຍິງຢູ່ເຂດ Nagorny – Karabakh ໃນທັນທີ, ພ້ອມທັງຮຽກຮ້ອງໃຫ້ກັບຄືນສູ່ການເຈລະຈາທີ່ບໍ່ໂຈະໄວ້ອີກ.

        ໃນຖະແຫຼງການຮ່ວມໃນຖານະເປັນປະທານຮ່ວມກຸ່ມ Minsk ຂອງອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (OSCE), ປະທານາທິບໍດີ 3 ປະເທດດັ່ງກ່າວໄດ້ “ຮຽກຮ້ອງຈົ່ງຢຸດຕິການເປັນປໍລະປັກລະຫວ່າງບັນດາກຳລັງທະຫານທີ່ກ່ຽວຂ້ອງໃນທັນທີ”.

        ແລະກໍ່ໃນວັນດຽວກັນ, ຕາມສຳນັກຂ່າວສານ Reuters (ອັງກິດ), ທ່ານປະທານາທິບໍດີຕວັກກີ Tayyip Erdogan ໄດ້ສະແດງການຄັດຄ້ານຕໍ່ເລື່ອງອາເມລິກາ, ຝລັ່ງ ແລະ ລັດເຊຍ ແຊກແຊງເຂົ້າເລື່ອງຊອກຫາຂໍ້ຕົກລົງຢຸດຍິງຢູ່ເຂດ Caucasus, ດ້ວຍເຫດຜົນທີ່ວ່າ ເຂົາເຈົ້າບໍ່ສົນໃຈເຖິງບັນດາບັນຫາຢູ່ເຂດນີ້ໃນຮອບເວລາປະມານ 30 ປີທີ່ຜ່ານມາ. ທ່ານ Tayyip Erdogan ກໍ່ຢ້ຳຄືນວ່າ ຍາມໃດ ອາກເມນີ ຖອນກຳລັງອອກຈາກເຂດ Nagorny – Karabakh ເວລານັ້ນຈົ່ງມີສັນຕິພາບຍາວນານໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ