ການປະທະກັນຢູ່ ການຊາ ປີ້ນຂັ້ນໄດ

ການປະທະກັນຢູ່ ການຊາ ປີ້ນຂັ້ນໄດ - ảnh 1
ເຂດກາຊາ
(ພາບ: ອິນເຕີແນັດ)

( vovworld ) – ​ການປະ​ທະ​ກັນ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ ພວມ​ຢູ່​ຕໍ່ໜ້າ​​ໄພ​ປີ້ນ​ຂັ້ນ​​ໄດ ຂະນະ​ທີ່ວັນ​ທີ 9/3,  ອິດສະຣາ​ແອນ ​ໄດ້​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ແນ​ໃສ່​ເຂດ​ກາຊາ ຊື່​ງ​ເຮັດ​ໃຫ້ 11 ຄົນ​ເສຍ​ຊີ​ວິດ, 15 ຄົນ​ຖືກ​ຫບາດ​ເຈັບ. ​ແຫຼ່ງຂ່າວ​ການ​ທະຫານ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ: ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ດຳ​ເນີນ​ໄປ​ເພື່ອ​ແກ້​ແຄ້ນ​ເລື່ອງບັນດາ​ກຳລັງປາ​ແລດ​ສະຕິ​ນ ​ໄດ້​ຍິງ​ລູກ​ຈະ​ຫຼວດ ​ແລະ​ ປືນ​​ຄົກ ​ເຂົ້າ​ເຂດ Eshkol ທາງ​ພາກ​ໃຕ້  ອິດສະຣາ​ແອນ ອັນ​ໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ. ຕາມ​ໂຄສົກ​ການ​ທະຫານອິດສະຣາ​ແອນ ຜູ້​ໜື່ງ​ແລ້ວ, ທະຫານ​ປະ​ເທດ​ນີ້ ​ໄດ້​ບຸກ​ໂຈມ​ຕີ​ທາງ​ອາກາດ​​​ແນ່​ໃສ່ລົດ​ຄັນ​ໜື່ງຢູ່​ນະຄອນ ກາຊາ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນກົນອຸບາຍ​ບຸກ​ໂຈມ​ຕີ​ເຂົ້າ​ເຂດ​ຊາຍ​ແດນ​ຕິດ​ກັບ​ອີ​ຢີບ. ​ໃນ​ຂະນະ​ນັ້ນ, ກຸ່ມ​ປະກອບ​ອາວຸດ​ທີ່​ມີ​ຊື່ວ່າ ຄະນະ​ກຳມະການ​ຕໍ່ຕ້ານ​ປະຊາຊົນ ຫລື PRC ຢູ່ ກາຊາ ​ໃຫ້​ຮູ້​ວ່າ ​ເຫດການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ແນ່​ໃສ​ລົດ​ຄັນ​ໜື່ງຢູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ເຂດ ກາຊາ ​ໄດ້​ເຮັດ​ໃຫ້​ຫົວໜ້າ​ຂອງ​ກຸ່ມ​ນີ້​ເສຍ​ຊີວິດ. ທັງ PRC ​ແລະ ​ບັນດາ​ສາຂາ​ຂອງ​ຂະ​ບວນການ ຮາ​ມາດ ຊື່​ງ​ແມ່ນ​ກຳລັງ​ພວມ​ຄວບ​ຄຸມ​ເຂດ ກາຊາ ​ໄດ້​ນາບ​ຂູ່​ວ່າ​ຈະ​ແກ້​ແຄ້ນ ​ແລະ ​ຍິງ​ລູກ​ຈະ​ຫຼວດ ​ແລະ​ປືນ​ໃຫ່ຍປະມານ 40 ລູກ​ເຂົ້າທາງທິດ​ໃຕ້ ອິດສະຣາ​ແອນ.

ຂ່າວ/ບົດ​ອື່ນ