ການປະທະກັນຢູ່ ຊູດັງ: ກອງທັບຖະແຫຼງຈະເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່

(VOVWORLD) -   ກ່ອນໜ້ານັ້ນ, ບັນດາການເຈລະຈາລະຫວ່າງບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ໄດ້ຖືກຢຸດຕິຊົ່ວຄາວ ໃນເດືອນ ກໍລະກົດ 2023 ໂດຍບັນດາຝ່າຍບໍ່ສາມາດເຫັນດີເປັນເອກະພາບກ່ຽວກັບບາງບັນຫາ.
ການປະທະກັນຢູ່ ຊູດັງ: ກອງທັບຖະແຫຼງຈະເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່ - ảnh 1ສະພາບການຢູ່ Khartoum, Sudan, ວັນທີ 3/5/2023
(ພາບ: AFP/TTXVN)

ວັນທີ 22 ຕຸລາ, ກຳລັງປະກອບອາວຸດ ຊູດັງ ໄດ້ປະກາດຈະເຊື່ອມຕໍ່ຄືນບັນດາການເຈລະຈາສັນຕິພາບກັບ ກຳລັງປະຕິກິລິຍາໄວເຄິ່ງທະຫານ (RSF) ໃນວັນທີ 26 ຕຸລາ ຈະມາເຖິງ, ຢູ່ນະຄອນທ່າກ່ຳປັ່ນ Jeddah ຂອງປະເທດ ອາຣັບບິ ຊາອຸດິ. ແຈ້ງການໂດຍທ່ານ Shams- Eddin Kabashi, ຮອງຜູ້ບັນຊາການກຳລັງປະກອບອາວຸດ ຊູດັງ ຍົກອອກມາໃນບົດຄຳເຫັນຕໍ່ຫນ້າບັນດານາຍທະຫານຢູ່ຖານທີ່ໝັ້ນການທະຫານ Wadi Seidna ຢູ່ນະຄອນ Omdurman.

        ກ່ອນໜ້ານັ້ນ, ບັນດາການເຈລະຈາລະຫວ່າງບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ໄດ້ຖືກຢຸດຕິຊົ່ວຄາວ ໃນເດືອນ ກໍລະກົດ 2023 ໂດຍບັນດາຝ່າຍບໍ່ສາມາດເຫັນດີເປັນເອກະພາບກ່ຽວກັບບາງບັນຫາ.

        ໃນຫຼາຍເດືອນພາຍຫຼັງທີ່ບັນດານັກເຈລະຈາໂຈະບັນດາການເຈລະຈາ, ການປະທະກັນຍັງບໍ່ທັນສິ້ນສຸດລົງ ແລະ ບໍ່ມີຝ່າຍໃດຍາດໄດ້ທ່າດີໃນສົງຄາມກາງເມືອງຢູ່ ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ