ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ເຮັດ​ໃຫ້​ປະ​ຊາ​ຊົນ​ກວ່າ 130.000 ຄົນ​ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ບ່ອນ​ປອດ​ໄພ

(VOVWORLD) -  ຕາມຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ແລ້ວ, ການປະທະກັນເກີດຂຶ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 16.650 ຄົນ.
ການ​ປະ​ທະ​ກັນ​ຢູ່ ຊູ​ດັງ ເຮັດ​ໃຫ້​ປະ​ຊາ​ຊົນ​ກວ່າ 130.000 ຄົນ​ຕ້ອງ​ຍົກ​ຍ້າຍ​ໄປ​ຍັງ​ບ່ອນ​ປອດ​ໄພ - ảnh 1ການແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ແກ້ຊາວລີ້ໄພ ຢູ່ ຊູດັງ  (ພາບ: TTXVN)

ປະຊາຊົນລັດ Sinnar ຢູ່ພາກກາງ ຊູດັງ ພວມຫຼັ່ງໄຫຼຍົກຍ້າຍໄປຍັງລັດ Gedaref ຢູ່ທາງທິດຕາເວັນອອກປະເທດນີ້ ເພື່ອຫຼີກລ້ຽງການປະທະກັນດ້ວຍອາວຸດທີ່ພວມເຄັ່ງຕຶງຂຶ້ນ ລະຫວ່າງກອງທັບ ແລະ ກຳລັງປະຕິກິລິຍາໄວ (RSF). ທ່ານ Mohammed Adam Mohamed ຂຶ້ນກັບຄະນະກຳມະການຊ່ວຍເຫຼືອມະນຸດສະທຳຢູ່ ລັດ Gedaref ໃຫ້ຮູ້ວ່າ ມີປະຊາຊົນກວ່າ 130.000 ຄົນ ຢູ່ລັດ Sinnar ໄດ້ຍົກຍ້າຍອອກຈາກລັດ Gedaref. ປັດຈຸບັນ, ຄະນະກຳມະການນີ້ ໄດ້ສ້າງຕັ້ງບ່ອນຫຼົບໄພສຸກເສີນເພື່ອຮັບຊາວອົບພະຍົບ.

              ຊູດັງ ຕົກເຂົ້າສູ່ວິກິດການ ນັບແຕ່ວັນທີ 15 ເມສາ 2023. ຕາມຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ແລ້ວ, ການປະທະກັນເກີດຂຶ້ນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 16.650 ຄົນ. ປະຊາຊົນຊູດັງ ກວ່າ 7,7 ລ້ານຄົນຕ້ອງຍົກຍ້າຍໄປຍັງບ່ອນທີ່ປອດໄພ ແລະ ກວ່າ 2,2 ລ້ານຄົນ ຕ້ອງຂ້າມຊາຍແດນໄປຍັງປະເທດໃກ້ຄຽງເພື່ອຫຼົບໄພ.

ຕອບກັບ

ຂ່າວ/ບົດ​ອື່ນ