ການປະທະກັນຢູ່ ຊູດານ: ສອງຝ່າຍບັນລຸຂໍ້ຕົກລົງຢຸດຍິງເປັນເວລາ 7 ວັນ

(VOVWORLD) - ທ່ານ Salva Kiir, ປະທານາທິບໍດີ ຊູດານໃຕ້ ເນັ້ນໜັກເຖິງຄວາມສຳຄັນຂອງຄຳສັ່ງຢຸດຍິງແກ່ຍາວກ່ວາອີກ ...
ການປະທະກັນຢູ່ ຊູດານ: ສອງຝ່າຍບັນລຸຂໍ້ຕົກລົງຢຸດຍິງເປັນເວລາ 7 ວັນ - ảnh 1ະຄອນຫຼວງ Khartoum ບໍ່ມີຄົນຢູ່ຍ້ອນການປະທະກັນ
(ພາບ:AFP/TTXVN)

ວັນທີ 2 ພຶດສະພາ, ກະຊວງການຕ່າງປະເທດ ຊູດານ ໃຕ້ ໄດ້ປະກາດວ່າ: ທ່ານ Abdel Fattah al-Burhan, ຜູ້ບັນຊາການກອງທັບ ແລະ ທ່ານ Mohamed Hamdan Dagalo , ຜູ້ຊີ້ນຳບັນດາກຳລັງປະຕິກິລິຍາໄວ (RSF) ໄດ້ເຫັນດີເປັນເອກະພາບດ້ານຫຼັກການກ່ຽວກັບຄຳສັ່ງຢຸດຍິງເປັນເວລາ 7 ວັນ, ເຊິ່ງມີຜົນສັກສິດນັບແຕ່ວັນທີ 4 ພຶດສະພາ.

         ຕາມແຈ້ງການແລ້ວ, ທ່ານ Salva Kiir, ປະທານາທິບໍດີ ຊູດານໃຕ້ ເນັ້ນໜັກເຖິງຄວາມສຳຄັນຂອງຄຳສັ່ງຢຸດຍິງແກ່ຍາວກ່ວາອີກ ກໍ່ຄືຄວາມສຳຄັນຂອງການແຕ່ງຕັ້ງບັນດາຜູ້ຕາງໜ້າເຂົ້າຮ່ວມການເຈລະຈາສັນຕິພາບ ແລະ ໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບແຕ່ງຕັ້ງບັນດາຜູ້ຕາງໜ້າເຂົ້າຮ່ວມການເຈລະຈາ.

        ຕາມກະຊວງສາທາລະນະສຸກ ຊູດານ ແລ້ວ, ມີກ່ວາ 500 ຄົນເສຍຊີວິດ ແລະ ກ່ວາ 4.100 ຄົນຖືກບາດເຈັບຍ້ອນການປະທະກັນຢູ່ຊູດານ ເກີດຂຶ້ນນັບແຕ່ກາງເດືອນ ເມສາ ເປັນຕົ້ນໄປ. ໃນຂະນະນັ້ນ, ສປຊ ໃຫ້ຮູ້ວ່າ: ປະຊາຊົນ 270. 000 ຄົນໄດ້ອອກຈາກ ຊູດານ ໄປອົບພະຍົບຢູ່ບັນດາປະເທດເພື່ອນບ້ານໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ