ການປະທະກັນຢູ່ ຢູແກຼນປິນຂັ້ນໃດ


ການປະທະກັນຢູ່ ຢູແກຼນປິນຂັ້ນໃດ - ảnh 1

(ພາບ: AFP)

 (vovworld)- ວັນ​ທີ 24/4, ປະທານາທິບໍດີລັດ​ເຊຍ V.Putin ຖະ​ແຫຼ​ງ​ວ່າ, ​ເລື່ອ​ງອຳນາດ​ການ​ປົກຄອງ​ກີ​ແອບ ຜັນ​ຂະຫຍາຍ​ການທະຫານ​ບຸກ​ໂຈມ​ຕີ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ​ແມ່ນ​ໂທດ​ກຳ​ຕ້ານ ປຊຊ ປະ​ເທດ​ນີ້​ເອງ ​ແລະ ຈະ​ຕ້ອງ​ “ຮັບ​ຜົນ​ຮ້າຍ​ຢ້ອນ​ຫຼັງ“. ປະທານາທິບໍດີລັດ​ເຊຍ V.Putin ຍັງ​ກ່າວ​ຫາ​ວົງ​ການ​ເຈົ້າໜ້າ​ທີ່​ກຳ​ອຳນາດ​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ປະຈຸ​ບັນ​ຢູ່ ຢູ​ແກຼນ ​ແມ່ນ “ລະບອບ​ການ​ທະຫານ​ກຳ​ອຳນາດ“.

   ​ໃນ​ຂະນະ​ນັ້ນ, ສະພາບ​ການ​ຢູ່​ແຂວງ Slavyansk ຊື່​ງ​ແມ່ນຈຸດ​ທີ່​ເຄັ່ງຮ້ອນ​ຢູ່ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ຍັງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງ ຂະນະ​ທີ່​ມີ ປຊຊ 5 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ລະຫວ່າງ​ທະຫານ​ລັດຖະບານ ​ແລະ ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ.

   ​ແລະ ກໍ່​ໃນ​ຖະ​ແຫຼ​ງການ​ສະບັບ 1 ຍົກ​ອອກ​ເມື່ອ​ວັນ​ທີ 24/4, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ ຢືນຢັນ​ວ່າ, ອາ​ເມ​ລິ​ກາ ​ໄດ້​ຍົກ​ອອກ​ບັນດາ​ພະຍານ​ຫຼັກ​ຖານ​ບໍ່​ມີ​ບ່ອນ​ອ້າງອີງ​ເພື່ອ​ກ່າວ​ຫາ​ມົດ​ສະ​ກູ ​ໄດ້​ໜູນ​ຊ່ວຍ​ບັນດາ​ກຳລັງ​ຕ້ານ​ລັດຖະບານ​ຊົ່ວຄາວ​ນິຍົມ​ຝ່າຍ​ຕາ​ເວັນ​ຕົກ​ຢູ່​ກີ​ແອບ ​ແລະ ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ ​ຈົ່ງ​ຢຸດຕິ​ການ​ກະທຳ​ກ່າວ​ຫາ​ນີ້./.

 

ຂ່າວ/ບົດ​ອື່ນ