ການ​ປະ​ທະ​ກັນ​ຢູ່​ຊາຍ​ແດນ ລະຫວ່າງ ອິນ​ເດຍ - ຈີນ: ຈໍານວນ​ຜູ້​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ເພີ່​ມຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ

(VOVWORLD) -ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂອງກອງທັບ ອິນເດຍ ແລະ ຈີນ ໄດ້ເພີ່ມຂຶ້ນສູງຫຼາຍກວ່າອີກ ເມື່ອທຽບໃສ່ຕົວເລກທີ່ໄດ້ປະກາດກ່ອນໜ້ານີ້. ມີທະຫານ ອິນເດຍ ຢ່າງໜ້ອຍສຸດ 20 ຄົນເສຍຊີວິດ, ໃນນັ້ນ ມີທະຫານ ຈີນ ຈໍານວນ 43 ຄົນ ຖືກບາດເຈັບສາຫັດ ຫຼືເສຍຊີວິດພາຍຫຼັງການປະທະກັນທີ່ແກ່ຍາວເປັນເວລາຫຼາຍຊົ່ວໂມງໃນຄໍ່າຄືນວັນທີ 15 ມິຖຸນາ ຢູ່ເສັ້ນທາງຄວບຄຸມຕົວຈິງ (LAC).
ການ​ປະ​ທະ​ກັນ​ຢູ່​ຊາຍ​ແດນ ລະຫວ່າງ ອິນ​ເດຍ - ຈີນ: ຈໍານວນ​ຜູ້​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ເພີ່​ມຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ - ảnh 1ຂະບວນລົດຂອງກອງທັບ ອິນເດຍ ເດີນທາງໄປຍັງເທດສະບານເມືອງ Leh ໃກ້ກັບຊາຍແດນ ຈິນ (ພາບ: VOV)

        ຕອນຄໍ່າວັນທີ 16 ມິຖຸນາ, ສື່ມວນຊົນ ອິນເດຍ ໄດ້ລົງບົດຂຽນຫຼາຍບົດທີ່ຢັ້ງຢືນວ່າ ຈໍານວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂອງກອງທັບ ອິນເດຍ ແລະ ຈີນ ໄດ້ເພີ່ມຂຶ້ນສູງຫຼາຍກວ່າອີກ ເມື່ອທຽບໃສ່ຕົວເລກທີ່ໄດ້ປະກາດກ່ອນໜ້ານີ້. ມີທະຫານ ອິນເດຍ ຢ່າງໜ້ອຍສຸດ 20 ຄົນເສຍຊີວິດ, ໃນນັ້ນ ມີທະຫານ ຈີນ ຈໍານວນ 43 ຄົນ ຖືກບາດເຈັບສາຫັດ ຫຼືເສຍຊີວິດພາຍຫຼັງການປະທະກັນທີ່ແກ່ຍາວເປັນເວລາຫຼາຍຊົ່ວໂມງໃນຄໍ່າຄືນວັນທີ 15 ມິຖຸນາ ຢູ່ເສັ້ນທາງຄວບຄຸມຕົວຈິງ (LAC). ຕາມສໍານັກຂ່າວສານ ອິນເດຍ ANI ແລ້ວ, ເຫດການນີ້ເກີດຂຶ້ນຢູ່ຮ່ອມພູ Galwan ພາຍຫຼັງທີ່ທະຫານ ຈີນ ພະຍາຍາມປ່ຽນແປງສະພາບການຕົວຈິງຕາມລໍາພັງຝ່າຍດຽວ ໃນສະພາບການທີ່ສອງຝ່າຍພວມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຢູ່ Ladakh ຕາເວັນອອກ. ໃນວັນທີ 16 ມິຖຸນາ, ທ່ານໂຄສົກກະຊວງການຕ່າງປະເທດ ອິນເດຍ Anurag Srivastava ຖືວ່າ ຈີນ ໄດ້ມ້າງທໍາລາຍຂໍ້ຕົກລົງກ່ອນໜ້ານັ້ນກ່ຽວກັບການເຄົາລົບເສັ້ນທາງ LAC ຢູ່ຮ່ອມພູ Galwan.

        ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ລ້າຍຈາວໄຄວ ຖືວ່າ ທະຫານ ອິນເດຍ ໄດ້ຂ້າມຊາຍແດນ ເພື່ອປະຕິບັດບັນດາການກະທໍາລະເມີດກົດໝາຍ, ເກາະຜິດ ແລະ ບຸກໂຈມຕີທະຫານ ຈີນ, ເຊິ່ງເປັນສາຍເຫດພາໄປເຖິງການປະທະກັນຢ່າງຮຸນແຮງນີ້. ປັດຈຸບັນ, ຝ່າຍ ຈີນ ຍັງບໍ່ທັນຍົກອອກບໍ່ວ່າຂໍ້ຢັ້ງຢືນໃດກ່ຽວກັບຈໍານວນທະຫານເສຍຊີວິດ ແລະ ຮັບບາດເຈັບ. 

ຕອບກັບ

ຂ່າວ/ບົດ​ອື່ນ