ການ​ປະ​ທະ​ກັນ​ຢູ່​ຝັ່ງ​ຕາ​ເວັ​ນ​ຕົກ ເພີ່ມ​ຂຶ້ນ

(VOVWORLD) - ວັນທີ 07 ສິງຫາ, ກຳລັງ ອິດສະຣາແອັນ ໄດ້ບຸກໂຈມຕີຄ້າຍລີ້ໄພ Balata ຢູ່ໃກ້ນະຄອນ Nablus, ເຂດ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ແລະ ມ້າງທຳລາຍສຳນັກງານຂອງອຳນາດການປົກຄອງ ປາແລັດສະຕິນ ຢູ່ທີ່ນີ້. 
ການ​ປະ​ທະ​ກັນ​ຢູ່​ຝັ່ງ​ຕາ​ເວັ​ນ​ຕົກ ເພີ່ມ​ຂຶ້ນ - ảnh 1ທະຫານ ອິດສະຣາແອັນ ດຳເນີນການບຸກໂຈມຕີຢູ່ຝັ່ງຕາເວັນຕົກແມ່ນ້ຳຈຳແດນ (ພາບ: Reuters)

ການບຸກໂຈມຕີດັ່ງກ່າວແມ່ນການຜັນແປຫຼ້າສຸດ ເມື່ອ ອິດສະຣາແອັນ ສືບຕໍ່ກວາດລ້າງຢູ່ທົ່ວຝັ່ງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກ ຢຶດຄອງ. ກ່ອນນັ້ນໜຶ່ງວັນ, ມີຊາວ ປາແລັດສະຕິນ ຢ່າງໜ້ອຍສຸດ 11 ຄົນ ເສຍຊີວິດໃນເຫດປະທະກັນກັບກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອັນ ທີ່ພວມດຳເນີນບັ້ນບຸກໂຈມຕີຢູ່ນະຄອນ Jenin, ເຊິ່ງເປັນ “ຈຸດຮ້ອນເຮັ່ງ” ຢູ່ ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ.

ໃນການຜັນແປອື່ນທີ່ກ່ຽວຂ້ອງ, ວັນທີ 07 ສິງຫາ, ໃນການເຈລະຈາກັບຄູ່ຕຳແໜ່ງ ຝລັ່ງ, ທ່ານ Emmanuel Macron, ທ່ານປະທານາທິບໍດີ ອີຣານ Masoud Pezeshkia ຖະແຫຼງວ່າ ອີຣານ ຈະບໍ່ມິດງຽບຕໍ່ບັນດາການກະທຳທີ່ຕ້ານຄືນຜົນປະໂຫຍດ ແລະ ຄວາມສະຫງົບຂອງປະເທດນີ້. ທ່ານປະທານາທິບໍດີ ອີຣານ ຊີ້ແຈ້ງວ່າ ຖ້າວ່າ ອາເມລິກາ ແລະ ບັນດາປະເທດ ຝ່າຍຕາເວັນຕົກ ຢາກສະກັດກັ້ນການປະທະກັນໃນພາກພື້ນຢ່າງແທ້ຈິງ, ເຂົາເຈົ້າຈຳເປັນຕ້ອງສ້າງກຳລັງກົດດັນ ເພື່ອໃຫ້ ອິດສະຣາແອັນ ຍອມຮັບຂໍ້ຕົກລົງຢຸດຍິງ ແລະ ຢຸດຕິທຸກການບຸກໂຈມຕີຢູ່ ເຂດ ກາຊາ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ