ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ການປະທະກັນຢ່າງດຸເດືອດລະຫວ່າງ ອິດສະຣາແອັນ ແລະ ຮາມາສ

(VOVWORLD) - ຕາມສື່ມວນຊົນ ລີບັງ ແລ້ວ, ຢ່າງໜ້ອຍສຸດມີສະມາຊິກ ແຮກໂບລາ 5 ຄົນເສຍຊີວິດ, ໃນນັ້ນມີຜູ້ບັນຊາການຂັ້ນສູງໄດ້ເສຍຊີວິດຍ້ອນການບຸກໂຈມຕີທາງອາກາດ ໂດຍກອງທັບ ອິດສະຣາແອັນ ດຳເນີນ
ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ການປະທະກັນຢ່າງດຸເດືອດລະຫວ່າງ ອິດສະຣາແອັນ ແລະ ຮາມາສ - ảnh 1(ພາບປະກອບ: Reuters)

        ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງຫຼຸດຜ່ອນການປະທະກັນຂອງປະຊາຄົມສາກົນ, ການປະທະກັນຂ້າມຊາຍແດນສືບຕໍ່ເກີດຂຶ້ນຢ່າງດຸເດືອດໃນວັນທີ 11 ມິຖຸນາ ລະຫວ່າງກອງທັບ ອິດສະຣາແອັນ ແລະ ກຳລັງ ແຮກໂບລາ ຢູ່ ລີບັງ.

        ຕາມສື່ມວນຊົນ ລີບັງ ແລ້ວ, ຢ່າງໜ້ອຍສຸດມີສະມາຊິກ ແຮກໂບລາ 5 ຄົນເສຍຊີວິດ, ໃນນັ້ນມີຜູ້ບັນຊາການຂັ້ນສູງໄດ້ເສຍຊີວິດຍ້ອນການບຸກໂຈມຕີທາງອາກາດ ໂດຍກອງທັບ ອິດສະຣາແອັນ ດຳເນີນແນໃສ່ເຂດພາກກາງ ລີບັງ ໃນຕອນບ່າຍວັນທີ 11 ມິຖຸນາ. ເປົ້າໝາຍການບຸກໂຈມຕີທາງອາກາດແມ່ນເຮືອນຫຼັງໜຶ່ງໃກ້ກັບນະຄອນ Tyre. ນີ້ໄດ້ຮັບຖືວ່າແມ່ນການບຸກໂຈມຕີທາງອາກາດກໍ່ຄວາມເສຍຫາຍລົ້ມຕາຍຢ່າງໜັກໜ່ວງທີ່ສຸດໃຫ້ແກ່ ແຮກໂບລາ ໂດຍກອງທັບ ອິດສະຣາແອັນ ໄດ້ດຳເນີນໃສ່ ລີບັງ ໃນຫຼາຍມື້ຜ່ານມາ.

        ສ່ວນກຳລັງປ້ອງກັນອິດສະຣາແອັນ ໃຫ້ຮູ້ວ່າ, ວັນທີ 11 ມິຖຸນາ, ແຮກໂບລາ ໄດ້ຍິງລູກສອນໄຟ 80 ລູກໃສ່ເຂດທາງທິດເໜືອ ອິດສະຣາແອັນ. ມີນັກໄຈ້ແຍກຫຼາຍທ່ານສະແດງຄວາມວິຕົກກັງວົນວ່າ, ການປະທະກັນພວມນັບມື້ນັບເຂົ້າໃກ້ກັບການກຳນົດຂອງການປະທະກັນຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ