ການປະທະກັນຢ່າງຮຸນແຮງຢູ່ທາງພາກໃຕ້Yemen

ການປະທະກັນຢ່າງຮຸນແຮງຢູ່ທາງພາກໃຕ້Yemen - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 31/10, ວົງ​ການ​ເຂົ້າ​ໜ້າ​ທີ່​ກອງທັບ Yemen ​ໃຫ້​ຮູ້​ວ່າ, ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ກະ​ບົດ​ອິດສະ​ລາມ Houthi ກັບ​ກຳ​ລັງ​ປະຊາຊົນ​ຕໍ່​ຕ້ານ​ນິຍົມ​ລັດຖະບານ ຢູ່​ບາງ​ແຂ​ວງທາງ​ພາກ​ໃຕ້​ຂອງ​ປະ​ເທດ​ນີ້ ​ໄດ້​ເຮັດ​ໃຫ​​້ນັບ​ສີ​ບຄົນ​ເສຍ​ຊີວິດ. ບັນດາ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ໃນ​ສະພາບທະຫານ​ປະສົມ​ໂດຍ ຊະ​ອຸ​ດີ ອາຣາເບຍ ນຳ​ໜ້າ ພວມ​ບຸກ​ໂຈມ​ຕີທາງ​ອາກາດ​ໃສ່​ບັນດາ​ຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ລຸກ​ຮື້​ຂຶ້ນ ​ໂດຍ​ອີຣານ ໜູນ​ຫຼັງ. ​ໃນ​ບັນດາ​ການ​ປະ​ທະ​ກັນ​ດັ່ງກ່າວ, ມີ​ທະຫານ​ກະບົດ 19 ຄົນ​ຖືກ​ດັບ​ສູນ, ​ໃນ​ຂະນະ​ນັ້ນ, ທະຫານ 14 ຄົນ​ຂອງ​ກຳລັງ​ສະໜັບສະໜູນ​ລັດຖະບານກໍ​ເສຍ​ຊີ​ວິດ. ​ໃນ​ຂະນະ​ນັ້ນ, ບັນດາ​ການ​ຍິງ​ປືນ ​ໄດ້​ເກີນ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ອື່ນ ​ທາງ​ທິດເຂດຕາ​ເວັນ​ຕົກພາກ​​ໃຕ້ Yemen ກໍ​ເຮັດ​ໃຫ​້ຫຼາຍ​ຄົນ​ຮັບ​ບາດ​ເຈັບ ​ແລະ ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ