ການປະທະກັນຢ່າງຮ້າຍແຮງພາຍຫຼັງຄຳສັ່ງຢຸດຍິງໝົດຜົນສັກສິດຢູ່Yemen

ການປະທະກັນຢ່າງຮ້າຍແຮງພາຍຫຼັງຄຳສັ່ງຢຸດຍິງໝົດຜົນສັກສິດຢູ່Yemen - ảnh 1
ສະ​ຖານ​ທີ່​ໜຶ່ງ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່  Sanaa.
 (ພາບ: EPA/TTXVN)

(vovworld) - ວັນ​ທີ 23/10, ຢູ່ Yemen, ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ​ຕື່ມ​ອີກ 3 ວັນ ສິ້ນ​ສຸດ​ລົງ​ພຽງ​ສອງ​ສາມ​ຊົ່ວ​ໂມງ​ເທົ່າ​ນັ້ນ, ບັນດາ​ເຮືອບິນ​ສູ້​ຮົບ​ຂອງ​ທະຫານ​ປະສົມ Arab ​ໂດຍ Saudi Arabia ນຳ​ໜ້າ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນດາ​ທີ່​ຕັ້ງ​ຂອງ​ພວກ​ກະບົດ Hauthi ຢູ່​ນະຄອນຫຼວງ Sanaa. ກ່ອນ​ໜ້າ​ນັ້ນ, ຄຳ​ສັ່ງ​ຢຸດ​ຍິງ​ໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ ​ເພື່ອ​ແນ​ໃສ່​ເປີດ​ແລວ​ມະນຸດສະທຳ ​ແນ​ໃສ່​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ເຖິງ​ບັນດາ​ເຂດປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໄດ້​ໝົດ​​ຜົນ​ສັກສິດ​ໃນ​ຕອນ​ຄຳ່​ວັນ​ທີ 22/10, ຕາມ​ເວລາ​ທ້ອງ​ຖີ່​ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຂະນະ​ທີ່​ຄຳ​ສັ່ງ​ຢຸດ​ຍິງ​ບໍ່​ທັນ​ໝົດ​ຜົນ​ສັກສິດ, ການ​ປະ​ທະ​ກັນ​​ໄດ້ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ທະຫານ​ປະສົມ Arab ສະໜັບສະໜູນ​ລັດຖະບານ, ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ​ຂອງ Yemen ​ໄດ້​ກ່າວ​ຫາ​ທະຫານ​ກະບົດ Hauthi ​ໄດ້​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ໃນ 24 ຊົ່ວ​ໂມງ​ທຳ​ອິດ ດ້ວຍ​ເລື່ອງ​ຍິ​ງ​ປືນ​ຄົກ ​ແລະ ບຸກ​ໂຈມ​ຕີ​ໃສ່​ເຂດ​ລຽບ​ຕາມ​ຊາຍ​ແດນ​ຕິດ​ກັບ Saudi Arabia ​ແລະ ບາງ​ແຂວງ​ຂອງ Yemen.


ຂ່າວ/ບົດ​ອື່ນ