ການ​ປະ​ທະ​ກັນ​ລະ​ຫວ່າງ Hamas-Israel: Israel ເປີດ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຫລາຍ​ຄັ້ງ​ໃສ່​ລີ​ບັງ

(VOVWORLD) - ຕອນຄ່ຳວັນທີ 26 ສິງຫາ, ເຮືອບິນສູ້ຮົບ Israel ໄດ້ທຳການບຸກໂຈມຕີທາງອາກາດໃສ່ອາຄານ ແລະ ສະຖານທີ່ຈຳນວນຫນຶ່ງຂອງກຳລັງ Hezbollah ຢູ່ເຂດ Mays al-Jabal, Khiam, Bint Jbeil ແລະ ບາງເຂດອື່ນຂຶ້ນກັບທາງທິດໃຕ້ ລີບັງ.
ການ​ປະ​ທະ​ກັນ​ລະ​ຫວ່າງ Hamas-Israel: Israel ເປີດ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຫລາຍ​ຄັ້ງ​ໃສ່​ລີ​ບັງ - ảnh 1ອິດສະຣາແອັນ ບຸກໂຈມຕີທາງອາກາດ  (ພາບ: AFP)

ໃນແຈ້ງການທີ່ໄດ້ຍົກອອກມາໃນຮຸ່ງເຊົ້າວັນທີ 27 ສິງຫາ, ກຳລັງປ້ອງກັນ Israel (IDF) ໃຫ້ຮູ້ວ່າ: ຕອນຄ່ຳວັນທີ 26 ສິງຫາ, ເຮືອບິນສູ້ຮົບ Israel ໄດ້ທຳການບຸກໂຈມຕີທາງອາກາດໃສ່ອາຄານ ແລະ ສະຖານທີ່ຈຳນວນຫນຶ່ງຂອງກຳລັງ Hezbollah ຢູ່ເຂດ Mays al-Jabal, Khiam, Bint Jbeil ແລະ ບາງເຂດອື່ນຂຶ້ນກັບທາງທິດໃຕ້ ລີບັງ. ບັ້ນບຸກໂຈມຕີທາງອາກາດນີ້ ໄດ້ດຳເນີນພຽງສອງສາມຊົ່ວໂມງ ເມື່ອກອງທັບ Israel ປະກາດ ຍິງເຮືອບິນບໍ່ມີຄົນຂັບຕົກຫລາຍລຳໂດຍເລີ່ມບິນຈາກເຂດດິນແດນ ລີບັງ ໄປເຖິງທາງທິດເຫນືອ Israel.

ກ່ຽວກັບຄວາມເຄັ່ງຕຶງ ລະຫວ່າງ Iran ແລະ Israel, ວັນທີ 26 ສິງຫາ, ເສນາທິການໃຫຍ່ ບັນດາກຳລັງປະກອບອາວຸດ ອີຣານ, ພົນຈັດຕະວາ Mohammad Bagheri ໄດ້ຢືນຢັນ ການໂຕ້ຕອບຂອງປະເທດນີ້ຕໍ່ເຫດ Israel ລອບສັງຫານ ການນຳ ຮາມາດ ທ່ານ Ismail Haniyeh ຢູ່ ເຕເຮຣານ ໃນທ້າຍເດືອນ ກໍລະກົດຜ່ານມາ ແມ່ນສິ່ງທີ່ບໍ່ຫລີກລ້ຽງໄດ້. ໃນຖະແຫລງການຢ່າງເປັນທາງການ, ນາຍພົນ Bagheri ຊີ້ແຈ້ງວ່າ: ອີຣານ ຈະກຳນົດວິທີການໂຕ້ຕອບ ແລະ ເວລາດຳເນີນການບຸກໂຈມຕີ ຕ້ານ Israel ໃນຈຸດເວລາເໝາະສົມ, ໃນຂະນະທີ່ກຳລັງສູ້ຮົບຢູ່ເຂດນີ້ ຈະມີການກະທຳໂຕ້ຕອບສະເພາະ, ຄ້າຍຄືກັນກັບ Hezbollah ບຸກໂຈມຕີໃສ່ Israel ເມື່ອວັນທີ 25ສິງຫາ.

ບາທີ ນັກຂ່າວ VOVປະຈຳ ອີຢິບ

 

ຕອບກັບ

ຂ່າວ/ບົດ​ອື່ນ