ການປະທະກັນລະຫວ່າງ ກອງທັບອີຍີບ ກັບຜູ້ ສະໜັບສະໜູນຂະບວນການອ້າຍນ້ອງຊາວມຸດສລິມ ຢູ່ Sinai

ການປະທະກັນລະຫວ່າງ ກອງທັບອີຍີບ ກັບຜູ້ ສະໜັບສະໜູນຂະບວນການອ້າຍນ້ອງຊາວມຸດສລິມ ຢູ່ Sinai - ảnh 1
(ພາບປະກອບ)

(vovworld) - ແຫຼ່ງຂ່າວ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ ຢ່າງ​ໜ້ອຍ​ສຸດ​ມີ​ຜູ້​ເສຍ​ຊີວິດ 1 ຄົນ ​ແລະ 9 ຄົນ​ຖືກ​ບາດ​​ເຈັບໃນ​ການ​ປະ​ທະ​ກັນ​ ​​ໃນ​ວັນ​ທີ 10 ກັນຍາ ລະຫວ່າງ​ກອງທັບ​ອີ​ຍີບ ​ແລະ ບັນດາຜູ້​ສະໜັບ​ສະ​ໜູນຂະ​ຍວນ​ການ​ອ້າຍ​ນ້ອງ​ຊາວ​ມຸດ​ສລິມ (MB) ຢູ່​ເຂດ​ແຫຼມ​ເກາະ Sinai. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເມື່ອ​ບັນດາ​ຊາວ​ມຸດ​ສະ​ລິ​ມ ພວມ​ຮຽກຮ້ອງ​​ໃຫ້ປະທານາທິບໍດີ Mohamed Morsi ສືບ​ຕໍ່​ກຳ​ອຳນາດຄືນ​ໃໝ່.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ສະຖານ​ທີ່​ອື່ນ​ທີ່ Sinai, ບັນດາ​ພວກ​​ກະບົດ​ທີ່ຖືກ​ສົງ​ໄສ​ວ່າ​ຂຶ້ນ​ກັບ​ຂະ​ບວນການ​ມຸດ​ສລິມ Jihad ​ໄດ້​ຍິງລູດຈະ​ຫຼວດໃສ່​ປ້ອມ​ກວດກາ ​ເຮັດ​ໃຫ້ທະຫານ 1 ຄົນ​ເສຍ​ຊີວິດ ​ແລະ ນາຍທະຫານ 2 ຄົນ​ຖືກ​ບາດ​ເຈັບ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ກອງທັບ​ອີ​ຍີບ ​ໄດ້​ເພີ່ມ​ທະວີ​ການ​ກວາດ​ລ້າງ​​ບັນດາ​ພວກ​ກໍ່​ການ​ຮ້າຍ ​ແລະ ຂະ​ບວນການ​ມຸດ​ສລິມ Jihad ​ໃນ​ສະພາບ​ທີ່​ບັນດາ​ອົງການ​ນີ້​​ບຸກ​ໂຈມ​ຕີ​​ປ້ອມ​ກວດກາ​ຂອງ​ທະຫານ ​ແລະ ປ້ອມຕຳຫຼວດ​ຢູ່​ແຫຼມ​ເກາະ Sinai ​ເປັນ​ປະຈຳ ນັບ​ແຕ່​​ປະທານາທິບໍດີ Morsi ຖືກ​ໂຄ່ນ​ລົ້ມ​ເມື່ອ​ວັນ​ທີ 03 ກໍລະກົດ.

ຂ່າວ/ບົດ​ອື່ນ