ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ລ​າແອັນ - ຮາ​ມາ​ດ​ສ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຢັ້ງ​ຢືນ​ໃກ້​ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ຢູ່​ເຂດ​ກາ​ຊາ

(VOVWORLD) - ທ່ານ Netanyahu ຖືວ່າໝາກຜົນນີ້ບັນລຸໄດ້ຍ້ອນການກໍ່ຄວາມກົດດັນປະສົມກັນທັງການຕ່າງປະເທດ ແລະ ການທະຫານ ຕໍ່ຮາມາດສ.

ກ່າວຄຳເຫັນທີ່ວາລະໂຕ້ວາທີຢູ່ ສະພາແຫ່ງຊາດ ອິດສະລາແອັນ ໃນຕອນບ່າຍວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ ອິດສະລາແອັນ ພວມນັບມື້ນັບ ໃກ້ຈະບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກໃນການຕໍ່ສູ້ຕ້ານກຳລັງ ຮາມາດສ ຢູ່ເຂດກາຊາ, ນັ້ນແມ່ນກອບກູ້ຕົວປະກັນ, ລົບລ້າງຮາມາສດ ແລະ ຮັບປະກັນເຂດກາຊາ ບໍ່ແມ່ນໄພນາບຂູ່ ສຳລັບອິດສະລາແອັນອີກຕໍ່ໄປໃນອະນາຄົດ. ທ່ານ Netanyahu ຖືວ່າໝາກຜົນນີ້ບັນລຸໄດ້ຍ້ອນການກໍ່ຄວາມກົດດັນປະສົມກັນທັງການຕ່າງປະເທດ ແລະ ການທະຫານ ຕໍ່ຮາມາດສ.

ແລະກໍ່ໃນວາລະໂຕ້ວາທີ ຢູ່ສະພາແຫ່ງຊາດ ອິດສະລາແອັນໃນວັນທີ 18 ກໍລະກົດ, ການນຳຝ່າຍຄ້ານ ທ່ານ Yair Lapid ໄດ້ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Benjamin Netanyahu ຕ້ອງຖະແຫຼງຍອມຮັບມຸ່ງໄປເຖິງຂໍ້ຕົກລົງແລກປ່ຽນຕົວປະກັນໃນບົດກ່າວປາໄສຕໍ່ໜ້າສະພາແຫ່ງຊາດ ອາເມລິກາໃນວັນທີ 24 ກໍລະກົດຈະມາເຖິງ ຫຼືຕ້ອງຍົກເລີກການຢ້ຽມຢາມຄັ້ງນີ້.

ໂດຍກ່ຽວຂ້ອງເຖິງຄວາມເຄັ່ງຕຶງຢູ່ລຽບຕາມເຂດຊາຍແດນ ອິດສະລາແອັນ - ລີບັງ, ທ່ານ Hassan Nasrallah ການນຳກຳລັງ Hezbollah ຢູ່ລີບັງ ໄດ້ກ່າວເຕືອນວ່າ ກຸ່ມນີ້ຈະເປີດກ້ວາງການເປົ້າໝາຍບຸກໂຈມຕີໃນດິນແດນ ອິດສະລາແອັນ ໂດຍໄວ, ຖ້າກອງທັບອິດສະລາແອັນ ສືບຕໍ່ເຂັ່ນຂ້າສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ