ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອັນ

(VOVWORLD) - WHO ສືບຕໍ່ຮຽກຮ້ອງເລື່ອງຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ດ້ວຍຄວາມປອດໄພ, ຂະບວນການອິດສະລາມ ຮາມາດ ປ່ອຍບັນດາຕົວປະກັນທີ່ຖືກຈັບຕົວ ແລະ ມີຄຳສັ່ງຢຸດຍິງຢູ່ເຂດ ກາຊາ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອັນ - ảnh 1WHO ສືບຕໍ່ຮຽກຮ້ອງເລື່ອງຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ດ້ວຍຄວາມປອດໄພ
(ພາບປະກອບ: AFP)

        ວັນທີ 12 ກຸມພາ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງອີກເທື່ອໜຶ່ງກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ພ້ອມທັງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການບຸກໂຈມຕີທາງອາກາດ ເຊິ່ງກອງທັບ ອິດສະຣາແອັນ ດຳເນີນໃນຕອນເຊົ້າວັນດຽວກັນ ແນໃສ່ນະຄອນ Rafah ທາງທິດໃຕ້ເຂດດິນແດນນີ້. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດລັດຖະບານໂລກ 2024, ຈັດຂຶ້ນຢູ່ Dubai, ປະເທດ ກາຕາ, ທ່ານ Ghebreyesus, ເວົ້າວ່າ, WHO ສືບຕໍ່ຮຽກຮ້ອງເລື່ອງຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເຂົ້າເຂດ ກາຊາ ດ້ວຍຄວາມປອດໄພ, ຂະບວນການອິດສະລາມ ຮາມາດ ປ່ອຍບັນດາຕົວປະກັນທີ່ຖືກຈັບຕົວ ແລະ ມີຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ, ຈະສືບຕໍ່ດຳເນີນບັ້ນການທະຫານຢູ່ເຂດ ກາຊາ, ຈົນຮອດ “ຮັບໄຊຊະນະຢ່າງສິ້ນເຊິ່ງ” ຕໍ່ ຮາມາດ. ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ຊີ້ແຈ້ງວ່າ, ປະເທດນີ້ຈະບໍ່ປະລະໂອກາດໃດເພື່ອກອບກູ້ຕົວປະກັບພົ້ນອອກຈາກເຂດ ກາຊາ.

        ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ, ວັນທີ 12 ກຸມພາ, ອິດສະຣາແອັນ ຮຽກຮ້ອງໃຫ້ອົງການກູ້ໄພກູ້ຊີບສະຫະປະຊາຊາດຍົກຍ້າຍພົນລະເມືອງໃຫ້ອອກຈາກເຂດປະທະກັນຢູ່ເຂດດິນແດນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ