ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ກອງທັບ ອິດສະຣາແອນ ຢັ້ງຢືນ ຮາມາດ ເສຍການຄວບຄຸມພາກເໜືອ ກາຊາ ຢ່າງສົມບູນ

(VOVWORLD) - ທ່ານວາທີພົນເຮືອເອກ Daniel Hagari, ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ ຢັ້ງຢືນວ່າ: ກຳລັງ ຮາມາດ ໄດ້ເສຍການຄວບຄຸມເຂດພາກເໜືອຂອງເຂດ ກາຊາ ຢ່າງສົມບູນແລ້ວ.

ວັນທີ 8 ພະຈິກ, ມື້ທີ 33 ໃນການບຸກໂຈມຕີຄັ້ງໃຫຍ່ຂອງກອງທັບ ອິດສະຣາແອນ ເຂົ້າເຂດ ກາຊາ, ທັງກຳລັງປ້ອງກັນຕົວ ອິດສະຣາແອນ (IDF) ແລະ ຂະບວນການຮາມາດ ພ້ອມກັນປະກາດຍາດໄດ້ໄຊຊະນະ ແລະ ເຮັດໃຫ້ຝ່າຍກົງກັນຂ້າມມີຄວາມເສຍຫາຍຢ່າງໜັກໜ່ວງ. ໃນການຖະແຫຼງຂ່າວຢູ່ Tel Aviv ໃນຕອນບ່າຍວັນທີ 8 ກັນຍາ, ທ່ານວາທີພົນເຮືອເອກ Daniel Hagari, ໂຄສົກຂອງກຳລັງປ້ອງກັນຕົວ ອິດສະຣາແອນ ຢັ້ງຢືນວ່າ: ກຳລັງ ຮາມາດ ໄດ້ເສຍການຄວບຄຸມເຂດພາກເໜືອຂອງເຂດ ກາຊາ ຢ່າງສົມບູນແລ້ວ. IDF ໄດ້ທຳລາຍອຸໂມງຂອງ ຂະບວນການ ຮາມາດ 130 ແຫ່ງ, ຂັບໄລ່ນັບຮ້ອຍມືປືນອອກຈາກເຂດສູ້ຮົບ.

        ສ່ວນກອງພົນນ້ອຍ Al Qassam, ກຳລັງປະກອບອາວຸດຫຼັກຂອງ ຮາມາດ ກໍ່ໄດ້ປະກາດມ້າງທຳລາຍອຸປະກອນການທະຫານປະເພດໜັກລວມ 136 ຢ່າງ, ໃນນັ້ນ, ມີລົດຕັງ, ລົດຫຸ້ມເກາະ, ລົດໂດຍສານທະຫານ… ຂອງ ອິດສະຣາແອນ ຫຼາຍຄັນ, ນັບແຕ່ຕົ້ນການບຸກໂຈມຕີຂອງ IDF ເຂົ້າເຂດ ກາຊາ. ໃນແຈ້ງການທາງສື່ສັງຄົມ, ທ່ານ Abu Abeidah, ໂຄສົກຂອງກອງພົນນ້ອຍ Al Qassam ໄດ້ຢັ້ງຢືນວ່າ ກຳລັງນີ້ມີກຳລັງມະນຸດ, ອາວຸດ ແລະ ຍຸດໂທບາຍເໝາະສົມຢ່າງພຽງພໍເພື່ອສືບຕໍ່ກໍ່ຄວາມເສຍຫາຍໃຫ້ແກ່ກຳລັງ ອິດສະຣາແອນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ