ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະບວນການ ຮາມາດ ອອກຍອມຈຳນົນ

(VOVWORLD) - ໃນວັນດຽວກັນ, ກຳລັງປະກອບອາວຸດຂອງຂະບວນການ ອິດສະລາມ ຮາມາດ ໄດ້ປະກາດຈະບໍ່ປ່ອຍຕົວປະກັນ ຖ້າຫາກວ່າ ຝ່າຍອິດສະຣາແອນ ບໍ່ເຂົ້າຮ່ວມການເຈລະຈາ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຂະບວນການ ຮາມາດ ອອກຍອມຈຳນົນ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu

ວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ຮຽກຮ້ອງໃຫ້ບັນດາມືປືນຂອງຂະບວນການ ຮາມາດ ອອກຍອມຈຳນົນ. ທ່ານນາຍົກລັດຖະມົນຕີ Benjamin Netanyahu ຖືວ່າ “ຄວາມສິ້ນສຸດ” ຂອງຂະບວນການ ຮາມາດ ໄດ້ຫຍັບເຂົ້າໃກ້ໃນສະພາບການທີ່ປະທະກັນແກ່ຍາວເປັນເວລາກ່ວາ 2 ເດືອນ ຢູ່ເຂດ ກາຊາ ຍັງເກີດຂຶ້ນ.

        ໃນຂະນະນັ້ນ, ໃນວັນດຽວກັນ, ກຳລັງປະກອບອາວຸດຂອງຂະບວນການ ອິດສະລາມ ຮາມາດ ໄດ້ປະກາດຈະບໍ່ປ່ອຍຕົວປະກັນ ຖ້າຫາກວ່າ ຝ່າຍອິດສະຣາແອນ ບໍ່ເຂົ້າຮ່ວມການເຈລະຈາ. ຕາມຝ່າຍ ຮາມາດ ແລ້ວ, ອິດສະຣາແອນ ຈະບໍ່ສາມາດກູ້ຊ່ວຍຕົວປະກັນໃດໆ ນອກເໜືອຈາກປະເທດນີ້ເຂົ້າຮ່ວມການເຈລະຈາ ກ່ຽວກັບຂໍ້ຕົກລົງແລກປ່ຽນ ທີ່ມີເງື່ອນໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ