ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ຂະ​ບວນ​ການ ຮາ​ມາດ​ສ ແຈ້ງ​ໃຫ້​ຊາບ​ວ່າ ພວມ​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​​ຢຸດ​ຍິງ

(VOVWORLD) - ຮາມາດສ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບໍ່ວ່າຂໍ້ລິເລີ່ມທີ່ຈິງຈັງໃດໆ ເວັ້ນເສຍແຕ່ການຢຸດຕິບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ  ແລະ ສະໜອງບ່ອນຢູ່ໃຫ້ແກ່ຜູ້ທີ່ຕ້ອງລີ້ໄພ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ຂະ​ບວນ​ການ ຮາ​ມາດ​ສ ແຈ້ງ​ໃຫ້​ຊາບ​ວ່າ ພວມ​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​​ຢຸດ​ຍິງ - ảnh 1ນາຍທະຫານ ອິດສະຣາແອັນ ດຳເນີນບັ້ນຮົບການທະຫານຢູ່ເຂດ ກາຊາ ໃນວັນທີ  23/1/2024 (ພາບ: AFP/TTXVN)

ວັນທີ 30 ມັງກອນ, ຫົວໜ້າຂະບວນການອິດສະລາມ ຮາມາດສ, ທ່ານ Ismail Haniyeh ໃຫ້ຮູ້ວ່າ ຂະບວນການດັ່ງກ່າວໄດ້ຮັບຂໍ້ສະເໜີຢຸດຍິງພາຍຫຼັງການປຶກສາຫາລືໃນວັນທີ 28 ມັງກອນ ຢູ່ ປາຣີ (ຝລັ່ງ) ແລະ ຈະພິຈາລະນາກ່ຽວກັບຂໍ້ສະເໜີແນະດັ່ງກ່າວ. ຕາມທ່ານ Haniyeh ແລ້ວ, ປະຕິກິລິຍາຂອງຂະບວນການ ຮາມາດສ ສຳລັບຂໍ້ສະເໜີນີ້ ແມ່ນຈະຂຶ້ນກັບເລື່ອງ ອິດສະຣາແອັນ ຢຸດຕິບັ້ນຮົບການທະຫານຢູ່ເຂດ ກາຊາ ແລະ ຖອນກຳລັງທັງໝົດອອກຈາກເຂດດິນແດນແຫ່ງນີ້. ທ່ານກ່າວວ່າ ຮາມາດສ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບໍ່ວ່າຂໍ້ລິເລີ່ມທີ່ຈິງຈັງໃດໆ ເວັ້ນເສຍແຕ່ການຢຸດຕິບັ້ນຮົບການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ  ແລະ ສະໜອງບ່ອນຢູ່ໃຫ້ແກ່ຜູ້ທີ່ຕ້ອງລີ້ໄພ. ທ່ານກໍແຈ້ງໃຫ້ຊາບວ່າ ຮາມາດສ ໄດ້ຮັບຄຳເຊີນ ແລະ ຈະເດີນທາງໄປຍັງ ອີຢິບ ເພື່ອປຶກສາຫາລືກ່ຽວກັບຮ່າງຂໍ້ຕົກລົງທີ່ໄດ້ຍົກອອກມາໃນກອງປະຊຸມຢູ່ ປາຣີ.


ຕອບກັບ

ຂ່າວ/ບົດ​ອື່ນ