ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສະ​ພາ​ຄວາມ​ໝັ້ນ​ຄົງ ບໍ່​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຮຽກ​ຮ້ອງ​ຢຸດ​ຍິງ​ໄດ້

(VOVWORLD) -  ອາເມລິກາ ແມ່ນປະເທດໜຶ່ງດຽວທີ່ປ່ອນບັດຄ້ານ ໃນຂະນະທີ່ມີ 12 ປະເທດສະມາຊິກອື່ນຂອງສະພາຄວາມໝັ້ນຄົງ ໄດ້ປ່ອນບັດສະໜັບສະໜູນ ແລະ ສອງປະເທດປ່ອນບັດຂາວ.
ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສະ​ພາ​ຄວາມ​ໝັ້ນ​ຄົງ ບໍ່​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຮຽກ​ຮ້ອງ​ຢຸດ​ຍິງ​ໄດ້ - ảnh 1ທ່ານນາຍົກລັດຖະມົນຕີ Benjamin Netanyahu (ເບື້ອງຊ້າຍ) ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ສະໜາມບິນ Ben Gurion, ອິດສະຣາແອັນ ວັນທີ 18/10/2023 (ພາບ: Reuters)

ວັນທີ 18 ຕຸລາ, ສະພາຄວາມໝັ້ນຄົງ ສປຊ ບໍ່ສາມາດຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງຢຸດຍິງແບບມະນຸດສະທຳ ຢູ່ເຂດ Gaza ໄດ້. ມະຕິດັ່ງກ່າວ ໂດຍ ບຣາຊິນ ຮຽບຮຽງ ເພື່ອກ່າວປະນາມການບຸກໂຈມຕີໂດຍ ຮາມາດສ ດຳເນີນ ເລັ່ງໃສ່ ອິດສະຣາແອັນ ກໍຄືການໃຊ້ຄວາມຮຸນແຮງຕໍ່ກັບສາມັນຊົນ, ພ້ອມດຽວກັນນັ້ນ, ອາເມລິກາ ກໍ່ປະຕິເສດ ດ້ວຍສາເຫດທີ່ວ່າ ເອກະສານສະບັບດັ່ງກ່າວ ບໍ່ເຕື້ອງເຖິງສິດປ້ອງກັນຕົວຂອງ ອິດສະຣາແອັນ. ອາເມລິກາ ແມ່ນປະເທດໜຶ່ງດຽວທີ່ປ່ອນບັດຄ້ານ ໃນຂະນະທີ່ມີ 12 ປະເທດສະມາຊິກອື່ນຂອງສະພາຄວາມໝັ້ນຄົງ ໄດ້ປ່ອນບັດສະໜັບສະໜູນ ແລະ ສອງປະເທດປ່ອນບັດຂາວ.

        ກໍໃນຕອນຄ່ຳຂອງວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ອອກຈາກ Tel Aviv, ສິ້ນສຸດການຢ້ຽມຢາມ ອິດສະຣາແອັນ ເພື່ອສະແດງຄວາມສາມັກຄີ ທີ່ມີຕໍ່ອຳນາດການປົກຄອງ ຊາວຢິວ ໃນການປະທະກັນຕ້ານຄືຂະບວນການອິດສະລາມ ຮາມາດສ ຢູ່ເຂດ Gaza. ກ່າວຄຳເຫັນກັບວົງການນັກຂ່າວ ກ່ອນທີ່ອອກຈາກ Tel Aviv, ທ່ານປະທານາທິບໍດີ ອາເມລິກາ ໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າ ອາເມລິກາ ຈະຕອບສະໜອງທຸກການຊ່ວຍເຫຼືອທີ່ຈຳເປັນ ຊ່ວຍໃຫ້ ອິດສະຣາແອັນ ປ້ອງກັນຕົວເອງ ແລະ ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ