ການ​ປະ​ທະ​ກັນ​ລະ​ຫວ່າງ​ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ປົກ​ປ້ອງ​ການ​ຕັດ​ສິນ​ບຸກ​ໂຈມ​ຕີ​ນະ​ຄອນ Rafah, ຖີ້ມ​ໂທດ​​ໃສ່ ຮາ​ມາດ​ສ ບໍ່​ໃຫ້​ການ​ຮ່ວມ​ມື

(VOVWORLD) -  ບັ້ນບຸກໂຈມຕີເຂົ້ານະຄອນ Rafah ຈະບໍ່ສາມາດຢຸດຕິໄດ້ ຈົນຮອດເມື່ອໃດ ກຳລັງ ຮາມາດສ ຖືກດັບສູນ, ຫຼື ຕົວປະກັນທຳອິດໄດ້ຮັບການປ່ອຍຕົວກັບຄືນເມືອ ອິດສະຣາແອັນ.
ການ​ປະ​ທະ​ກັນ​ລະ​ຫວ່າງ​ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ປົກ​ປ້ອງ​ການ​ຕັດ​ສິນ​ບຸກ​ໂຈມ​ຕີ​ນະ​ຄອນ Rafah, ຖີ້ມ​ໂທດ​​ໃສ່ ຮາ​ມາດ​ສ ບໍ່​ໃຫ້​ການ​ຮ່ວມ​ມື - ảnh 1ຫຼາຍຕຶກອາຄານຢູ່ນະຄອນ Rafah ຖືກມ້າງທຳລາຍ, ວັນທີ 7 ພຶດສະພາ 2024 (ພາບ: THX/TTXVN)

ໃນຖະແຫຼງການທີ່ໄດ້ອອກທາງໂທລະພາບໃນຕອນຄ່ຳວັນທີ 07 ພຶດສະພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢັ້ງຢືນວ່າ ຂໍ້ສະເໜີຢຸດຍິງ ໂດຍ ຮາມາດສ ຍົກອອກມານັ້ນ  ແມ່ນບໍ່ສາມາດຕອບສະໜອງໄດ້ຄຳຮຽກຮ້ອງຂອງ ອິດສະຣາແອັນ ແລະ ພຽງແຕ່ມີຈຸດປະສົງກີດຂວາງການບຸກໂຈມຕີຂອງ ອິດສະຣາແອັນ ເຂົ້ານະຄອນ Rafah ເທົ່ານັ້ນ. ທ່ານ Netanyahu ຊີ້ແຈ້ງວ່າ ອິດສະຣາແອັນ ບໍ່ສາມາດຍອມຮັບບັນດາຂໍ້ສະເໜີທີ່ກໍ່ຄວາມສ່ຽງຕໍ່ຄວາມສະຫງົບປອດໄພຂອງປະຊາຊົນ ກໍຄືອະນາຄົດຂອງປະເທດນີ້ໄດ້. ເມື່ອອະທິບາຍກ່ຽວກັບການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າເຂດທາງທິດຕາເວັນອອກນະຄອນ Rafah ແລະ ຄວບຄຸມດ່ານຊາຍແດນ Rafah, ທ່ານນາຍົກລັດຖະມົນຕີ Netanyahu ເນັ້ນໜັກວ່າ ນີ້ແມ່ນບາດກ້າວເດີນສຳຄັນ ມຸ່ງໄປເຖິງການຫັນຄວາມສາມາດດ້ານການທະຫານຂອງ ຮາມາດສ ໃຫ້ເປັນໄຮ້ປະສິດທິພາບ. ກໍໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ກໍຢັ້ງຢືນວ່າ ບັ້ນບຸກໂຈມຕີເຂົ້ານະຄອນ Rafah ຈະບໍ່ສາມາດຢຸດຕິໄດ້ ຈົນຮອດເມື່ອໃດ ກຳລັງ ຮາມາດສ ຖືກດັບສູນ, ຫຼື ຕົວປະກັນທຳອິດໄດ້ຮັບການປ່ອຍຕົວກັບຄືນເມືອ ອິດສະຣາແອັນ.

ໃນປະຕິກິລິຍາຫຼ້າສຸດກ່ຽວກັບການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້ານະຄອນ Rafah, ທ່ານ Osama Hamdan, ເຈົ້າໜ້າທີ່ຂັ້ນສູງ ຮາມາດສ ກ່າວເຕືອນວ່າ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງແລກປ່ຽນຕົວປະກັນ, ຖ້າຫາກວ່າ ອິດສະຣາແອັນ ສືບຕໍ່ດຳເນີນການເຄື່ອນໄຫວດ້ານການທະຫານຢູ່ນະຄອນ Rafah. ພ້ອມທັງຢັ້ງຢືນວ່າ ກຳລັງນີ້ ໄດ້ປະນິປະນອມຢ່າງສຸດຂີດແລ້ວ, ໝາຍຄວາມວ່າ ຈະພຽງແຕ່ເດີນຕາມບັນດາຄຳຮຽກຮ້ອງພື້ນຖານໃນຂໍ້ສະເໜີຢຸດຍິງສະບັບຫຼ້າສຸດ ເທົ່ານັ້ນ. ດັ່ງນັ້ນ, ສິດຕັດສິນຊາຕະກຳຂອງຂໍ້ຕົກລົງແລກປ່ຽນຕົວປະກັນ ແມ່ນຂຶ້ນກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu.

ຕໍ່ໜ້າການຜັນແປດັ່ງກ່າວ, ຈີນ ແລະ ຝລັ່ງ ໄດ້ອອກຄຳຮຽກຮ້ອງ ອິດສະຣາແອັນ - ຮາມາດສ ຢຸດຍິງແບບຍືນຍົງໃນທັນທີ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ