ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ອີຢູ ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ

(VOVWORLD) - ທ່ານນາງ Ursula von der Leyen ຖືວ່າ, ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ແມ່ນວິທີໜຶ່ງດຽວເພື່ອປົກປ້ອງຊີວິດອິນຊີ, ຟື້ນຟູຄວາມຫວັງມີສັນຕິພາບ
ການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ: ອີຢູ ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ ໃນທັນທີ - ảnh 1ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ, ປະເທດນີ້ເຫັນດີເຊື່ອມຕໍ່ບັນດາການເຈລະຈາຢຸດຍິງຢູ່ເຂດ ກາຊາ
(ພາບປະກອບ: THX/TTXVN)

        ວັນທີ 09 ສິງຫາ, ທ່ານນາງປະທານຄະນະກຳມະການ ເອີລົບ (ອີຊີ) Ursula von der Leyen ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີຄຳສັ່ງຢຸດຍິງ ຢູ່ເຂດ ກາຊາ ໃນທັນທີ.

        ສະແດງທັດສະນະຂອງຕົນຜ່ານສື່ສັງຄົມ X, ທ່ານນາງ Ursula von der Leyen ຖືວ່າ, ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ແມ່ນວິທີໜຶ່ງດຽວເພື່ອປົກປ້ອງຊີວິດອິນຊີ, ຟື້ນຟູຄວາມຫວັງມີສັນຕິພາບ ແລະ ຮັບປະກັນໃຫ້ບັນດາຕົວປະກັນໄດ້ປ່ອຍຕົວ. ທ່ານນາງກໍ່ຢືນຢັນວ່າ, ສະຫະພາບ ເອີລົບ (ອີຢູ) ສະໜັບສະໜູນບັນດາຄວາມມານະພະຍາຍາມໂດຍ ອາເມລິກາ, ອີຢິບ ແລະ ກາຕາ ນຳໜ້າ ເພື່ອຊ່ວຍບັນລຸໄດ້ສັນຕິພາບ. ຄຳຮຽກຮ້ອງຂອງທ່ານນາງ Ursula von der Leyen, ເຊິ່ງແມ່ນນັກການເມືອງສະໜັບສະໜູນ ອິດສະຣາແອັນ ແມ່ນແຂງແຮງທີ່ສຸດນັບແຕ່ເກີດການປະທະກັນຢູ່ເຂດ ກາຊາ, ໄດ້ຮັບຖືວ່າແມ່ນຄວາມກົດດັນສາກົນຫຼາຍພໍສົມຄວນຕໍ່ລັດຖະບານ ອິດສະຣາແອັນ ໃນເລື່ອງບັນລຸໄດ້ຂໍ້ຕົກລົງຢຸດຍິງກັບກຳລັງ ຮາມາດສ ໂດຍໄວ.

        ກ່ອນໜ້ານັ້ນ, ວັນທີ 08 ສິງຫາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ, ປະເທດນີ້ເຫັນດີເຊື່ອມຕໍ່ບັນດາການເຈລະຈາຢຸດຍິງຢູ່ເຂດ ກາຊາ ໃນວັນທີ 15 ສິງຫາ, ຕາມຄຳຮຽກຮ້ອງຂອງບັນດານັກໄກເກ່ຍແມ່ນ ອາເມລິກາ, ກາຕາ ແລະ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ