ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ຮາ​ມາດ​ສ ຮຽກ​ຮ້​ອງ​ໃຫ້​ດັດ​ປັບ​ບາງ​ເນື້ອ​ໃນ​ໃນ​ຂໍ້​ສ​ະ​ເໜີ​ຢຸດ​ຍິງ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ກຳລັງ ຮາມາດສ ໄດ້ຮຽກຮ້ອງໃຫ້ດັດປັບບາງເນື້ອໃນ ເຊັ່ນ ກ່ຽວກັບວັນເວລາຢຸດຍິງ ແລະ ເລື່ອງ ອິດສະຣາແອັນ ຖອນກຳລັງທະຫານທັງໝົດອອກຈາກເຂດ ກາຊາ ແລະ ເງື່ອນໄຂເພື່ອບັນລຸໄດ້ຂໍ້ຕົກລົງນັ້ນແມ່ນ ຕ້ອງມີການຮັບປະກັນຂໍ້ຕົກລົງນັ້ນຂອງທັງ 3 ປະເທດ ລັດເຊຍ, ຈີນ ແລະ ຕວັກກີ.
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດສ - ອິດ​ສະ​ຣາ​ແອັນ: ຮາ​ມາດ​ສ ຮຽກ​ຮ້​ອງ​ໃຫ້​ດັດ​ປັບ​ບາງ​ເນື້ອ​ໃນ​ໃນ​ຂໍ້​ສ​ະ​ເໜີ​ຢຸດ​ຍິງ​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken  ແລະ ຄູຕຳແໜ່ງ ກາຕາ  Sheikh Mohammed bin Abdulrahman bin Jassim al-Thani(ພາບ: TTXVN)

ວັນທີ 12 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ເດີນທາງໄປຍັງ Doha, ປະເທດ ກາຕາ, ເພື່ອເຈລະຈາກັບບັນດາການນຳ ກາຕາ ພາຍຫຼັງຂະບວນການ ອິດສະລາມ ຮາມາດສ ມີການຕອບຄືນຂໍ້ສະເໜີຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ກາຕາ ແມ່ນໜຶ່ງໃນ 4 ປະເທດ ຕາເວັນອອກກາງ ເຊິ່ງທ່ານ Antony Blinken ໄປຢ້ຽມຢາມ ເພື່ອກະຕຸກຊຸກຍູ້ ຮາມາດສ ຍອມຮັບແຜນການຢຸດຍິງດັ່ງກ່າວ.

        ໃນການຕອບຄືນນັ້ນ, ຕອນຄ່ຳວັນທີ 11 ມິຖຸນາ, ກຳລັງ ຮາມາດສ ໄດ້ຮຽກຮ້ອງໃຫ້ດັດປັບບາງເນື້ອໃນ ເຊັ່ນ ກ່ຽວກັບວັນເວລາຢຸດຍິງ ແລະ ເລື່ອງ ອິດສະຣາແອັນ ຖອນກຳລັງທະຫານທັງໝົດອອກຈາກເຂດ ກາຊາ ແລະ ເງື່ອນໄຂເພື່ອບັນລຸໄດ້ຂໍ້ຕົກລົງນັ້ນແມ່ນ ຕ້ອງມີການຮັບປະກັນຂໍ້ຕົກລົງນັ້ນຂອງທັງ 3 ປະເທດ ລັດເຊຍ, ຈີນ ແລະ ຕວັກກີ.

        ໃນປະຕິກິລິຍາຂອງຕົນ, ອິດສະຣາແອັນ ຢັ້ງຢືນວ່າ ວົງການເຈົ້າໜ້າທີ່ຂອງປະເທດນີ້ ແລະ ອາເມລິກາ ໄດ້ປະຕິເສດຄຳຮຽກຮ້ອງຂອງ ຮາມາດສ ກ່ຽວກັບບົດບາດອາລັກຂາຂໍ້ຕົກລົງຢຸດຍິງຂອງ 3 ປະເທດ ລັດເຊຍ, ຈີນ ແລະ ຕວັກກີ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ກໍຢັ້ງຢືນວ່າ ຮາມາດສ ຮຽກຮ້ອງໃຫ້ເພີ່ມບາງເນື້ອໃນໃໝ່ເຂົ້າໃນຂໍ້ສະເໜີຢຸດຍິງ, ໃນນັ້ນ ມີບັນດາຄຳຮຽກຮ້ອງທີ່ໄດ້ຮັບການຕີລາຄາວ່າ ບໍ່ມີຄວາມເປັນໄປໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ