ກ​ານ​ປະ​ທ​ະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ ເຢ​ແມນ ເຮັດ​ໃຫ້​ມີຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ

(VOVWORLD) -ວັນທີ 11 ເມສາ, ວົງການເຈົ້າໜ້າທີ່ການທະຫານ ເຢແມນ ໃຫ້ຮູ້ວ່າ ການປະທະກັນຢ່າງດຸເດືອດລະຫວ່າງບັນດາກຳລັງສະໜັບສະໜູນລັດຖະບານ ແລະ ພວກກະບົດ Houthi  ແນໃສ່ຍາດເອົາສິດຄວບຄຸມນະຄອນຍຸດທະສາດ Marib ໄດ້ເຮັດໃຫ້ 70 ຄົນ ເສຍຊີວິດ.



ກ​ານ​ປະ​ທ​ະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ ເຢ​ແມນ ເຮັດ​ໃຫ້​ມີຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ - ảnh 1ກຳລັງສະໜັບສະໜູນລັດຖະບານ ແລະ ພວກກະບົດ Houthi ຢູ່ Marib (ພາບ: AFP/TTXVN)

ເຢແມນ ຖືກຕົກເຂົ້າສູ່ສະພາບສົງຄາມການເມືອງນັບແຕ່ທ້າຍປີ 2014, ເມື່ອກຳລັງກະບົດ Houthi ຍາດໄດ້ສິດຄວບຄຸມບາງແຂວງຢູ່ເຂດພາກເໜືອ ເຢແມນ ອັນໄດ້ເຮັດໃຫ້ລັດຖະບານຂອງທ່ານປະທານາທິບໍດີ Abd-Rabbu Mansour Hadi ໄດ້ຮັບການຮັບຮອງຈາກສາກົນ ຈຳເປັນຕ້ອງຍົກຍ້າຍອອກຈາກນະຄອນຫຼວງ Sanaa ສະຫະພັນ ອາຣັບ ໂດຍ ຊາອຸດິ ອາຣັບບີ ນຳໜ້າ ໄດ້ແຊກແຊງການທະຫານຢູ່ ເຢແມນ ນັບແຕ່ປີ 2015 ເພື່ອໜູນຊ່ວຍລັດຖະບານຂອງທ່ານປະທານາທິບໍດີ Abd-Rabbu Mansour Hadi.


ຕອບກັບ

ຂ່າວ/ບົດ​ອື່ນ