ການປະທະກັນສືບຕໍ່ເກີດຂຶ້ນຢູ່ລຽບຕາມເຂດຊາຍແດນ ອິດສະຣາແອັນ - ລີ​ບັງ

(VOVWORLD) - ມີບົດລາຍງານຈຳນວນໜຶ່ງຢືນຢັນວ່າ, ມີປະມານ 10 ຄົນ, ແຕ່ຍັງບໍ່ທັນຮູ້ວ່າເປັນສາມັນຊົນ ຫຼື ທະຫານຖືກບາດເຈັບໃນການບຸກໂຈມຕີ.
ການປະທະກັນສືບຕໍ່ເກີດຂຶ້ນຢູ່ລຽບຕາມເຂດຊາຍແດນ ອິດສະຣາແອັນ - ລີ​ບັງ - ảnh 1ການປະທະກັນສືບຕໍ່ເກີດຂຶ້ນຢູ່ລຽບຕາມເຂດຊາຍແດນ ອິດສະຣາແອັນ - ລີບັງ
(ພາບ: Reuters)

        ວັນທີ 25 ກໍລະກົດ, ບັນດາການຍິງທຳລາຍຢູ່ລຽບຕາມເຂດຊາຍແດນສືບຕໍ່ເກີດຂຶ້ນລະຫວ່າງກອງທັບ ອິດສະຣາແອັນ ແລະ ກຳລັງ ເຮກໂບລາ ຢູ່ ລີບັງ.

        ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ສິ່ງທີ່ໜ້າສົນໃຈທີ່ສຸດໃນການປະທະກັນໃນວັນທີ 25 ກໍລະກົດ ແມ່ນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ເຮກໂບລາ ເຂົ້າໃສ່ບັນດາຖານທີ່ໝັ້ນດ້ານການທະຫານຂອງ ອິດສະຣາແອັນ ຢູ່ເຂດທາງທິດເໜືອ. ການບຸກໂຈມຕີປະຕິບັດແບບໂດຍກົງ ເຮັດໃຫ້ບັນດາຮາກຖານດ້ານການທະຫານຢູ່ Avadon ແລະ Manarah ຖືກເປ່ເພ, ພ້ອມທັງເກີດໄຟໄໝ້ຈຳນວນໜຶ່ງຢູ່ເຂດ Galilee. ມີບົດລາຍງານຈຳນວນໜຶ່ງຢືນຢັນວ່າ, ມີປະມານ 10 ຄົນ, ແຕ່ຍັງບໍ່ທັນຮູ້ວ່າເປັນສາມັນຊົນ ຫຼື ທະຫານຖືກບາດເຈັບໃນການບຸກໂຈມຕີ.

        ຫຼັງຈາກນັ້ນ, ກອງທັບ ອິດສະຣາແອັນ ໄດ້ໂຕ້ຕອບການບຸກໂຈມຕີຂອງ ເຮກໂບລາ ດ້ວຍການບຸກໂຈມຕີທາງອາກາດຫຼາຍຄັ້ງໃສ່ເປົ້າໝາຍຂອງກຸ່ມນີ້ຢູ່ 2 ເຂດ Aitaroun ແລະ Ayta ash Shab, ທາງພາກໃຕ້ ລີບັງ ໃນຕອນຄ່ຳວັນທີ 25 ກໍລະກົດ. ກ່ອນໜ້ານັ້ນ, ກອງທັບອາກາດ ແລະ ປືນໃຫຍ່ ອິດສະຣາແອັນ ກໍ່ຍິງທຳລາຍຫຼາຍເປົ້າໝາຍຂອງ ເຮກໂບລາ ຢູ່ລຽບຕາມເຂດຊາຍແດນ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ