ການປະທະກັນສືບຕໍເກີດຂຶ້ນລະຫວ່າງຊາວປາແລດສຕິນແລະຕຳຫຼວດອິດສຣາແອນ

ການປະທະກັນສືບຕໍເກີດຂຶ້ນລະຫວ່າງຊາວປາແລດສຕິນແລະຕຳຫຼວດອິດສຣາແອນ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 27/09, ການ​ປະ​ທະ​ກັນ​ລະຫວ່າງຊາວ​ປາ​ແລດ​ສຕິນ​ ແລະ​  ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສຣາ​ແອນ ສືບ​ຕໍ​່​ເກີດ​ຂຶ້ນ​ຢູ່​ວິຫານ Al Aqsa, ຢູ່ ​Jerusalem, ​​ໃນ​ມື້​ສຸດ​ທ້າ​ຍ​ຂອງ​ງານ​ບຸນ Eid Al Adha ຂອງ​ຊາວ​ອິດສລາມ. ຊາວໜຸ່ມ​ ​ປາ​ແລດ​ສຕິນ ໄດ້​​ແກ່ວ​ງກ້ອນ​ຫີນ ​ແລະ ບັ້ງ​ໄຟ​ດອກ​ໃສ່​ຕຳຫຼວດ ​ແລະ ກຳລັງ​ປ​້ອງກັນຊາ​ຍ​ແດນ​ອິດສຣາ​ແອນ ​ໃນ​ຂະນະ​ທີ່​ບັນດາ​ກຳລັງ​ນີ້​ຍິງ​ປືນ​ຢາງ ​ເພື່ອ​ຍົກ​ເລີກ​ກຸ່ມ​ຄົນ. ປະ​ຈຸ​ບັນ ສະພາບ​ການ​​ໄດ້​ມີ​ສະຖານ​ລະ​ພາບ​ຄືນ​ໃໝ່. ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງປາ​​ແລດ​ສຕິນ ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອິດສຣາ​ແອນ ​ເກີດ​ຂຶ້ນ​ແຕ່​ວັນ​ທີ 13/09, ​ເຮັດ​ໃຫ້ຫຼາຍ​ຄົນ​ຮັບ​ບາດ​ເຈັບ ​ແລະ ຊາວ​ປາ​ແລດ​ສຕິນ ນັບ​ສີ​ບຄົນ​ຖືກ​ຈັບ​ຕົວ. ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin ​ໄດ້​ອອກ​ຄຳ​ສັ່ງ​ພິຈາລະນາ​ຄືນ​ບັນດາ​ຂໍ້​ກຳນົດ​ທີ່​ອະນຸຍາດ​ໃຫ້​ຕຳຫຼວດ​ນຳ​ໃຊ້​ລູກປືນ​​ແທ​້. ປາ​ແລດ​ສຕິນ ຄັດຄ​້ານການ​ກະທຳ​ດັ່ງກ່າວ ​ແລະ ກ່າວ​ຫາອິດສຣາ​ແອນ ສືບ​ຕໍ່​ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ.

ຂ່າວ/ບົດ​ອື່ນ