ການປະທະກັນອິດສະຣາແອນ - ຮາມາດ: ແງ່ຫວັງເຊື່ອມຕໍ່ການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ປ່ອຍຕົວປະກັນ

(VOVWORLD) - ຝ່າຍ ອິດສະຣາແອນ ພວມມີປະຕິກິລິຍາລະມັດລະວັງຕໍ່ສານດັ່ງກ່າວ ແລະ ເນັ້ນໜັກວ່າ ປະເທດນີ້ຈະຮູ້ໄດ້ໂດຍໄວວ່າ ຮາມາດ ຈະປະຕິບັດສິ່ງດັ່ງກ່າວຢ່າງເຂັ້ມງວດຫຼື ບໍ່?.
ການປະທະກັນອິດສະຣາແອນ - ຮາມາດ: ແງ່ຫວັງເຊື່ອມຕໍ່ການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ປ່ອຍຕົວປະກັນ - ảnh 1ສະພາບການພາຍຫຼັງການບຸກໂຈມຕີທາງອາກາດຂອງອິດສະຣາແອນ ຢູ່ເຂດ ກາຊາ
(ພາບ:IRNA/TTXVN)

ບັນດາຄົນກາງໄກ່ເກ່ຍ ກາຕາ ໄດ້ປະກາດກັບຝ່າຍ ອິດສະຣາແອນ ວ່າ: ຂະບວນການອິດສະລາມ ຮາມາດ “ເຫັນດີດ້ານຫຼັກການ” ເລື່ອງເຊື່ອມຕໍ່ບັນດາການເຈລະຈາເພື່ອປ່ອຍຕົວປະກັນທີ່ຖືກຈັບຕົວໃນການບຸກໂຈມຕີເຂົ້າ ອິດສະຣາແອນ ໃນວັນທີ 7 ຕຸລາ ເພື່ອແລກເອົາຄຳສັ່ງຢຸດຍິງແກ່ຍາວເປັນ 1 ເດືອນຢູ່ເຂດ ກາຊາ.

ຝ່າຍ ອິດສະຣາແອນ ພວມມີປະຕິກິລິຍາລະມັດລະວັງຕໍ່ສານດັ່ງກ່າວ ແລະ ເນັ້ນໜັກວ່າ ປະເທດນີ້ຈະຮູ້ໄດ້ໂດຍໄວວ່າ ຮາມາດ ຈະປະຕິບັດສິ່ງດັ່ງກ່າວຢ່າງເຂັ້ມງວດຫຼື ບໍ່?.

ໃນຂະນະນັ້ນ, ສຳນັກຂ່າວສານ Walla ຂອງ ປາແລດສະຕິນ ໃຫ້ຮູ້ວ່າ: ບັນດາການປຶກສາຫາລືຍັງໄດ້ສຸມໃສ່ສະເໜີໃຫ້ທ່ານ David Barnea, ຜູ້ນຳອົງການສືບລາຊະການລັບ ອິດສະຣາແອນ, ເຊິ່ງລວມທັງເລື່ອງປ່ອຍຕົວປະກັນ 40 ຄົນ, ໃນນັ້ນມີແມ່ຍິງ, ເພດຊາຍອາຍຸກ່ວາ 60 ປີ ແລະ ບັນດາຜູ້ມີບັນຫາຮ້າຍແຮງດ້ານສຸຂະພາບ. ເພື່ອແລກເອົາບັນດາຕົວປະກັນ, ອິດສະຣາແອນ ຈະຢຸດຕິບັນດາການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ໃນເວລາຫຼາຍສຸດແມ່ນ 1 ເດືອນ ແລະ ປ່ອຍຕົວບັນດາມືປືນຊາວ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ