ການປະທະກັນຮາມາດ - ອິດສະຣາແອນ: ຫຼາຍປະເທດຄັດຄ້ານບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເຂົ້າຄ້າຍລີ້ໄພຢູ່ Rafar

(VOVWORLD) - ການບຸກໂຈມຕີຂອງກອງທັບປະເທດນີ້ທີ່ເພື່ອແນໃສ່ຄ້າຍລີ້ໄພຢູ່ Rafah ແມ່ນ “ອຸບັດຕິເຫດທີ່ຮ້າຍແຮງ”, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານພວມສືບສວນເຫດການດັ່ງກ່າວ.
ການປະທະກັນຮາມາດ - ອິດສະຣາແອນ: ຫຼາຍປະເທດຄັດຄ້ານບັນດາການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເຂົ້າຄ້າຍລີ້ໄພຢູ່ Rafar - ảnh 1(ພາບປະກອບ AFP/TTXVN )

ວັນທີ 27 ພຶດສະພາ, ອົງການປົກປ້ອງພົນລະເຮືອນຢູ່ເຂດ ກາຊາ ໃຫ້ຮູ້ວ່າ: ຈຳນວນຜູ້ຖືກເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ເຂົ້າໃສ່ຄ້າຍລີ້ໄພຢູ່ເຂດ Rafah ໃນວັນທີ 26 ພຶດສະພາ, ໄດ້ເພີ່ມຂຶ້ນເປັນ 40 ຄົນ. ເມື່ອແລກປ່ຽນກັບວົງການສື່ມວນຊົນ, ທ່ານ Mohammad al – Mughayyir, ເຈົ້າໜ້າທີ່ຂັ້ນສູງຂອງອົງການປົກປ້ອງພົນລະເຮືອນ, ໃຫ້ຮູ້ວ່າ: ບັນດາການບຸກໂຈມຕີຍັງເຮັດໃຫ້ 65 ຄົນຖືກບາດເຈັບ. ບັນດາຜູ້ປະສົບເຄາະຮ້າຍຖືກເສຍຊີວິດ ແລະ ບາດເຈັບສ່ວນຫຼາຍແມ່ນແມ່ຍິງ, ເດັກນ້ອຍ ແລະ ຜູ້ອາຍຸສູງ.

        ໃນຂະນະນັ້ນ, ວັນທີ 27 ພຶດສະພາ, ກ່າວຄຳເຫັນຕໍ່ສະພາແຫ່ງຊາດ ອິດສະຣາແອນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໃຫ້ຮູ້ວ່າ: ການບຸກໂຈມຕີຂອງກອງທັບປະເທດນີ້ທີ່ເພື່ອແນໃສ່ຄ້າຍລີ້ໄພຢູ່ Rafah ແມ່ນ “ອຸບັດຕິເຫດທີ່ຮ້າຍແຮງ”, ພ້ອມທັງໃຫ້ຮູ້ວ່າ: ລັດຖະບານພວມສືບສວນເຫດການດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Netanyahu ກໍ່ປະກາດຈະສືບຕໍ່ບັ້ນຮົບເພື່ອດັບສູນ ຮາມາດ.

        ແລະກໍ່ໃນວັນທີ 28 ພຶດສະພາ, ອົງການ ສປຊ ກ່ຽວກັບການໜູນຊ່ວຍຊາວລີ້ໄພ ປາແລດສະຕິນ (UNRWA) ໄດ້ພັນລະນາບັນດາບົດລາຍງານກ່ຽວກັບບັນດາການບຸກໂຈມຕີແນໃສ່ສາມັນຊົນທີ່ພວມຊອກຫາບ່ອນລີ້ໄພຢູ່ Rafad ແມ່ນ “ໂຫດຮ້າຍ”

        ກະຊວງການຕ່າງປະເທດ ກາຕາ ເນັ້ນໜັກວ່າ: ການບຸກໂຈມຕີຫຼ້າສຸດຂອງ ອິດສະຣາແອນ ເຂົ້າໃສ່ເຂດ Rafad ອາດຈະກີດຂວາງບັນດາຄວາມມານະພະຍາຍາມໄກ່ເກ່ຍ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບກຳລັງ ຮາມາດ. ອາຣັບບິ ຊາອຸດິ ກໍ່ຄັດຄ້ານເຫດບຸກໂຈມຕີດັ່ງກ່າວ, ພັນລະນານີ້ແມ່ນເຫດການ “ໜັກໜ່ວງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ