ການປະທະກັນເກີດຂຶ້ນຄືນໃໝ່ຢູ່Kosovo

ການປະທະກັນເກີດຂຶ້ນຄືນໃໝ່ຢູ່Kosovo - ảnh 1
ຕຳຫຼວດ​ປະ​ທະ​ກັນ​ກັບ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ
(ພາບ: AFP)

(vovworld) – ​ວັນ​ທີ 27/1, ກຳ​ລັງ​ຕຳຫຼວດ Kosovo, ເຊິ່ງ​ແມ່​ນ​ແຂວງ​ແຍກ​ຕົວ​ຂຶ້ນ​ກັບ Serbia, ມີ​ການ​ປະ​ທະ​ກັນ​ກັບ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ນັບ​ພັນ​ຄົນ​ເຮັດ​ໃຫ້ຫຼາຍ​ຄົນ​ຖືກ​ຮັບ​ບາດ​ເຈັບ, ໃນ​ນັ້ນ​ຢ່າງ​ໜ້ອຍ​ສຸດ​ມີນາຍ​ຕຳຫຼວດ 4 ຄົນ. ບັນ​ດາ​ແຫຼ່ງ​ຂ່າວ​ຢູ່​ກັບ​ທີ່​ໃຫ້​ຮູ້​ວ່າ: ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ເມື່ອ​ກຳ​ລັງ​ທີ່​ກ່ຽວ​ຂ້ອງ​ຍິງ​ແກັ​ສ​ນ້ຳ​ຕາ​ເພື່ອ​ສະ​ກັ​ດກັ້ນ​ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຊອກ​ຫາ​ວິ​ທີບ​ຸກ​ໂຈ​ມ​ຕີ​ສຳ​ນັກ​ງານ​ອຳ​ນາດ​ການ​ປົກ​ຄອງ​ຢູ່​ໃຈ​ກາງ​ເມືອງ​ເອກ Pristina. ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ໄດ້​ແກ່ວງກ້ອນ​ຫີນ​​ແນ​ໃສ່​ຕຳຫຼວດ​ຕ້ານ​ການ​ຈະ​ລາ​ຈົນ, ​ອັນ​ໄດ້​ພາ​​ໃຫ້​ຕຳຫຼວດ​ຕ້ອງ​ຈັບ​​ຕົວ​ບຸກ​ຄົນ​ຫົວ​ຮຸນ​ແຮງ.

        ນີ້​ແມ່ນ​ການ​ຜັນ​ແປຫຼ້າ​ສຸດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນ​ປະ​ທ້ວງ​ທີ່​ແກ່​ຍາວ​ຕະຫຼອດ 2 ອາ​ທິດ​ຜ່ານ​ມາຢູ່ Kosovo ຮຽກ​ຮ້ອງ​ປົດ​ຕຳ​ແໜ່ງ​ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ Serbia Aleksandar Jablanovic. ທ່ານ Jablanovic ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ແຂວງ​ແຍກ​ຕົວ Kosovo ຄຽດ​ແຄນ ເມື່ອ​ໃຊ້​ຄຳ​ສັບ “ໂຫດ​ຮ້າຍ” ເມື່ອ​ເວົ້າ​ເຖິງ​ເລື່ອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ Albania ສະ​ກັດ​ກັ້ນ​ກຸ່​ມ​ຄົນໄປ​ຢ້ຽມ​ຢາມໂບດ​ຢູ່ທາງ​ທິດ​ເວັນ​ຕົກ Kosovo. ເຖິງວ່າຫຼັງ​ຈາກນັ້ນ​ທ່ານ Jablanovic ໄດ້​ມີ​ຄຳ​ຂໍ​ໂທດ​ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ຕົນ​ແຕ່ບໍ່​ທັນ​ເຮັດ​ໃຫ້​ກະ​ແສ​ຟ​ອງ​ຄຽດ​ແຄ​ນ​ຢູ່ Kosovo ຫລຸດ​ລົງ.

ຂ່າວ/ບົດ​ອື່ນ