ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ຮຸ​ນ​ແຮງ​ຢູ່ ຊູ​ດັງ

(VOVWORLD) - ການປະທະກັນເກີດຂຶ້ນຢ່າງດຸເດືອດເປັນພິເສດຢູ່ນະຄອນ Nyala, ເມືອງເອກລັດ Dafur  ໃຕ້, ພາກຕາເວັນຕົກ ຊູດັງ ໃນ ວັນທີ 13 ສິງຫາ. 
ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ຮຸ​ນ​ແຮງ​ຢູ່ ຊູ​ດັງ - ảnh 1ປະຊາຊົນ ຊູດັງ ກຳລັງຍົກຍ້າຍໄປບ່ອນປອດໄພ (ພາບ: Reuters/Zohra Bensemra)

ການປະທະກັນເກີດຂຶ້ນຢ່າງດຸເດືອດເປັນພິເສດຢູ່ນະຄອນ Nyala, ເມືອງເອກລັດ Dafur  ໃຕ້, ພາກຕາເວັນຕົກ ຊູດັງ ໃນ ວັນທີ 13 ສິງຫາ, ລະຫວ່າງສອງຝ່າຍເປັນປໍລະປັກຕົ້ນຕໍໃນການປະທະກັນທີ່ແກ່ຍາວເປັນເວລາເກືອບ 5 ເດືອນ ນັ້ນແມ່ນກອງທັບແຫ່ງຊາດ ແລະ ກຳລັງປະຕິກິລິຍາໄວ (RSF). ມີປືນໃຫຍ່ປະເພດໜັກ, ປືນຄົກ, ປືນກົນ ພ້ອມດ້ວຍລົດຫຸ້ມເກາະ ໂດຍທັງສອງຝ່າຍໄດ້ນຳມາປະທະກັນ. ຕາມການສະຖິຕິໃນເບື້ອງຕົ້ນ,  ເຫດການດັ່ງກ່າວເຮັດໃຫ້ສາມັນຊົນເສຍຊີວິດຢ່າງໜ້ອຍສຸດ 13 ຄົນ ແລະ ຫຼາຍສິບຄົນຖືກຮັບບາດເຈັບ. ນອກຈາກນັ້ນ, ນັບສິບຄອບຄົວຕ້ອງປະລະເຮືອນຊານຢູ່ນະຄອນ ເພື່ອໄປລີ້ໄພ.

ນອກຈາກນະຄອນ Nyala, ກໍ່ຍັງມີບາງເຂດອື່ນທີ່ຂຶ້ນກັບນະຄອນຫຼວງ Khartoum ແລະ ນະຄອນ Omdurman ກໍເກີດການປະທະກັນຢ່າງດຸເດືອດເຊັ່ນດຽວກັນ.

                                         ບ໊າທີ - ນັກຂ່າວVOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ