ການ​ປະ​ທະ​ກັນ​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) -ວັນທີ 22 ທັນວາ, ມີຜູ້ເສຍຊີວິດ 1 ຄົນ ແລະ ອີກ 25 ຄົນໄດ້ຮັບບາດເຈັບຢ່າງໜ້ອຍສຸດ ໃນການປະທະກັນກັບກອງທັບ ອິດສະລາແອັນ ຢູ່ນະຄອນ Nablus, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ

ການ​ປະ​ທະ​ກັນ​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ການປະທະກັນລະຫວ່າງສອງຝ່າຍ (ພາບ: TTXVN)

ການປະທະກັນໄດ້ເກີດຂຶ້ນເມື່ອທະຫານ ອິດສະລາແອັນຈຳນວນຫຼາຍ ໄດ້ບຸກເຂົ້າໄປເຂດທາງທິດຕາເວັນອອກ ຂອງນະຄອນ Nablus ເພື່ອປົກປ້ອງຊາວອົບພະຍົບຊາວຢິວ ທີ່ມາໄວ້ອາໄລຢູ່ຂຸ້ມຝັງສົບ Joseph. ກຳລັງປ້ອງກັນຄວາມສະຫງົບຂອງອິດສະລາແອັນໄດ້ຊອກຫາວິທີ ສະຫລາຍກຸ່ມຄົນ ດ້ວຍການກັ້ນຫົນທາງ, ເຮັດໃຫ້ສິບໆຄົນໄດ້ຮັບບາດ, ໃນນັ້ນມີ ຄົນໜຶ່ງເສຍຊີວິດ ນັ້ນແມ່ນນັກເຕະບານ Ahmad Atef Mustafa Daraghma ຢູ່ນະຄອນ Tulkarem (ປາແລັດສະຕິນ), ຍ້ອນຖືກລູກປຶນຂອງກອງທັບ ອິດສະລາແອັນ.

ທ່ານນາຍົກລັດຖະມົນຕີ ປາແລັດສະຕິນ ໄດ້ຮຽກຮ້ອງໃຫ້ສະຫະພັນບານເຕະໂລກ (FIFA) ກ່າວປະນາມເຫດການນີ້. ເພື່ອໄວ້ອາໄລນັກເຕະບານ Ahmad Atef Mustafa Daraghma, ແລະເກີດມີການຢຸດງານເປັນເວລາ 1 ວັນຢູ່ນະຄອນ Tubas.

ຕອບກັບ

ຂ່າວ/ບົດ​ອື່ນ