ການປະທະກັນໄດ້ແຜ່ລາມອອກສູ່ເຂດຊາຍແດນຊີຣີ-ລີບານ

ການປະທະກັນໄດ້ແຜ່ລາມອອກສູ່ເຂດຊາຍແດນຊີຣີ-ລີບານ - ảnh 1
ທ່ານ Hassan Nasrallah, ຜູ້​ນຳ​ໜ້າ​ຂະ​ບວນ​ການ Hezbollah ຂອງ
ລີ​ບານ​
(ພາບ: AFP/TTXVN)

(vovworld) – ວັນ​ທີ 10/6, ຜູ້​ນຳ​ໜ້າ​ຂະ​ບວນ​ການ Hezbollah ຂອງ ລີ​ບານ​ ທ່ານ Hassan Nasrallah ໃຫ້​ຮູ້​ວ່າ: ກຳ​ລັງສຳ​ພັນ​ທະ​ມິດ​ຂອງກອງ​ທັບ ຊີ​ຣີ ນີ້​ເລີ່ມ​ຕໍ່​ສູ້​ຕ້ານ​ຄືນ​ບັນ​ດາ​ພາກ​ສ່ວນ​ສົງ​ຄາມ​ອິດ​ສະ​ລາມ​ຂຶ້ນ​ກັບ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ລຽບ​ຕາ​ມ​ຊາຍ​ແດນຕິດ​ກັບ ຊີ​ຣີ. ກ່າວ​ຄຳ​ເຫັນ​ໃນ​ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ Al – Manar, ທ່ານ Nasrallah ຮັບ​ຮູ້​ວ່າ: ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ລະ​ຫວ່າງ​ກຳ​ລັງ IS ແລະ Hezbollah ຢູ່​​ທິດຕາ​ເວັນ​ອອກ​ສາຍ​ພູ Qalamun ແລະ ໃນ​ເຂດ​ຊາຍ​ແດນ ຊີ​ຣີ ແລະ ລີ​ບານ, ໃນ​ນັ້ນ​ຝ່າຍ IS ໄດ້ກະ​ຕຸກ​ຊຸກ​ຍູ້​ການ​ປະ​ທ​ະ​ກັນ. ທ່ານ Nasrallah ຖະ​ແຫຼງ​​ວ່າພາກ​ສ່ວນ IS ນັບ​ສິບ​ຄົນ​ຖືກ​ດັບ​ສູນ​ໃນ​ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ​ຕ່າງໆລະ​ຫວ່າງ 2 ຝ່າຍ, ໃນ​ຂະ​ນະ​​ນັ້ນຝ່າຍ Hezbollah ກໍ່​ຖືກ​​ເສຍ​ຫາຍ​ແຕ່ບໍ່​ຍົກ​ອອກ​ຕົວ​ເລກຢ່າງ​ລະ​ອຽດ​ເທື່ອ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຊ່ອງ​ໂທ​ລະ​ພາບ​ພາ​ສາ Arad al – Mayadeen TV ໄດ້​ໃຫ້​ຂ່າວ​ວ່າ: ພາຍຫຼັງ​ການ​ປະ​ທະ​ກັນ​ກັບ IS ຊີ​ຣີ ຍາດ​ໄດ້​ບໍ່​ນ້ຳ​ມັນ​ຍຸດ​ທະ​ສາດ​ທັງ​ໝົດ​ຢູ່​ເທດ​ສະ​ບານ​ເມືອງ al – Jisel ​ທີ່ຂຶ້ນ​ກັບ​ແຂວງ Homs, ພາກ​ກາງ ຊີ​ຣີ.

        ແລະ​ກໍ່​ໃນ​ວັນ​ທີ 10/6, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ (SOHR) ໃຫ້​ຮູ້​ວ່າ: IS ໄດ​້​ວາງ​ລະ​ເບີດ​ຢູ່​ເສັ້ນ​ທໍ່​ສົ່ງ​ນ້ຳ​ມັນ​ອາຍ​ແກ​ສ​ຈາກ​ພາກ​ຕາ​ເວັນ​ອອກ ຊີ​ຣີ ໄປ​ຍັງ​ເຂດ​ຊານ​ນະ​ຄອນຫຼວງ Damacus.

 


ຕອບກັບ

ຂ່າວ/ບົດ​ອື່ນ