ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ: ບັນ​ດາ​ປະ​ເທດ EU ຮຽກ​ຮ້ອງ​​ຕ້ອງການ​ກະ​ທຳ​ຢ່າງ​ແຮງກວ່າ​ເພື່ອ​ສະ​ກັດ​ກັ້ນ​ບັນ​ດາ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ

(VOVWORLD) -  ບັນດາປະເທດໄດ້ເລັ່ງລັດ EU ເພີ່ມທະວີການຕິດຕາມບັນດາໄພນາມຂູ່ ເຊິ່ງສະພາບດິນຟ້າອາກາດທີີີ່ຮ້າຍແຮງກໍ່ຂຶ້ນຕໍ່ສຸຂະພາບຂອງປະຊາຊົນ ແລະ ລະບົບເບິ່ງແຍງດູແລສຸຂະພາບ, ເພື່ອໃຫ້ບັນດາປະເທດສາມາດກະກຽມຮັບມື.

  ສະຫະພາບເອີຣົບ (EU) ຕ້ອງມີການກະທຳຢ່າງຂ້ຽວຂາດກວ່າເພື່ອຮັບມືກັບບັນດາຜົນກະທົບ ເຊິ່ງການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນຕໍ່ສຸຂະພາບຂອງມະນຸດ. ນີ້ແມ່ນຂໍ້ສະເໜີຂອງ 20 ໃນຈຳນວນ 27 ປະເທດສະມາຊິກ EU ທີ່ໄດ້ຍົກອອກມາໃນວັນທີ 20 ພະຈິກ. ຕາມບົດລາຍງານລວມ, ບັນດາປະເທດໄດ້ເລັ່ງລັດ EU ເພີ່ມທະວີການຕິດຕາມບັນດາໄພນາມຂູ່ ເຊິ່ງສະພາບດິນຟ້າອາກາດທີີີ່ຮ້າຍແຮງກໍ່ຂຶ້ນຕໍ່ສຸຂະພາບຂອງປະຊາຊົນ ແລະ ລະບົບເບິ່ງແຍງດູແລສຸຂະພາບ, ເພື່ອໃຫ້ບັນດາປະເທດສາມາດກະກຽມຮັບມື. ຕາມນັ້ນແລ້ວ, EU ຕ້ອງວາງອອກແຜນການຮັບມືກັບພະຍາດຕິດແປດຈາກສັດ ແລະ ບັນດາພະຍາດໂດຍສັດນຳແຜ່ລະບາດໃຫ້, ພ້ອມທັງເພີ່ມທະວີລະບົບກ່າວເຕືອນ ແລະ ຮັບມືໂດຍໄວ ຖ້າພົບເຫັນບັນດາສັນຍານແຜ່ລະຍາດ.

        ຄາດວ່າ, ລັດຖະມົນຕີກະຊວງສາທາລະນະສຸກບັນດາປະເທດ ອີຢູ ຈະປຶກສາຫາລືກ່ຽວກັບເອກະສານນີ້ໃນກອງປະຊຸມທີ່ຈະຈັດຂຶ້ນໃນອາທິດໜ້າ. ປັດຈຸບັນ, ອີຢູ ພວມຮຽບຮຽງບົດປະເມີນທຳອິດກ່ຽວກັບບັນດາຄວາມສ່ຽງດ້ານດິນຟ້າອາກາດ ແລະ ຈະປະກາດເອກະສານນີ້ໃນຕົ້ນປີ  2024. ບົດປະເມີນໄດ້ຮັບຄວາມຫວັງວ່າ ເປັນພື້ນຖານໃຫ້ບັນດານະໂຍບາຍໃນອະນາຄົດຂອງ ອີຢູ ເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ໂດຍການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ, ໃນນັ້ນ ມີຄື້ນຄວາມຮ້ອນ ແລະ ໄຟໄໝ້ປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ