ການປ່ຽນແປງຂອງດິນຟ້າອາກາດ:2020 ແລະ 2016 ແມ່ນສອງປີທີ່ອາກາດຮ້ອນທີ່ສຸດໃນປະຫວັດສາດ

(VOVWORLD) -ຖ້າຫາກ ປີ 2016 ໄດ້ຮັບການຢັ້ງຢືນວ່າແມ່ນປີທີ່ອາກາດຮ້ອນທີ່ສຸດໃນປະຫວັດສາດ ຍ້ອນຖືກຜົນສະທ້ອນຈາກປະກົດການ El Nino, ປີ 2020 ແມ່ນປີ ອາກາດຮ້ອນ ສະຖິຕິ
ການປ່ຽນແປງຂອງດິນຟ້າອາກາດ:2020 ແລະ 2016 ແມ່ນສອງປີທີ່ອາກາດຮ້ອນທີ່ສຸດໃນປະຫວັດສາດ  - ảnh 1ອາກາດຮ້ອນເອົ້າຢູ່ ຍີ່ປຸ່ນ 16/8/2020 (ພາບ:Kyodo/TTXVN)

  ປີ 2020 ແລະ ປີ 2016 ໄດ້ຮັບການຢັ້ງຢືນວ່າແມ່ນສອງປີທີ່ມີອາກາດຮ້ອນທີ່ສຸດໃນປະຫວັດສາດ  ເປັນການສິ້ນສຸດທົດສະວັດ ດ້ວຍອຸນຫະພູມສູງ ສະຖິຕິ ຍ້ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ປະກົດການຂອງຫນຸ່ວຍໂລກອຸ່ນຂຶ້ນ. ຖ້າຫາກ ປີ 2016 ໄດ້ຮັບການຢັ້ງຢືນວ່າແມ່ນປີທີ່ອາກາດຮ້ອນທີ່ສຸດໃນປະຫວັດສາດ ຍ້ອນຖືກຜົນສະທ້ອນຈາກປະກົດການ El Nino, ປີ 2020 ແມ່ນປີ ອາກາດຮ້ອນ ສະຖິຕິ.  ບົດລາຍງານໂດຍອົງການຕິດຕາມການປ່ຽນແປງຂອງດິນຟ້າອາກາດ ຂຶ້ນກັບ ສະຫະພາບເອີລົບ ປະກາດ ເມື່ອວັນທີ 8 ມັງກອນ ໃຫ້ຮູ້ວ່າ: ປີ 2020 ອຸນຫະພູມສະເລ່ຍທົ່ວໂລກສູງກວ່າ 1,25 ອົງສາC ເມື່ອທຽບໃສ່ໄລຍະກ່ອນສະໄຫມອຸດສາຫະກຳ.

ບັນດານັກວິທະຍາສາດໃຫ້ຮູ້ວ່າ: ບົດລາຍງານດັ່ງກ່າວ ຍິ່ງສະແດງໃຫ້ເຫັນຄວາມຈຳເປັນຕ້ອງຫລຸດຜ່ອນອາຍພິດເຮືອນແກ້ວຢູ່ໃນໂລກຢ່າງວ່ອງໄວ ເພື່ອແນໃສ່ບັນລຸຄາດໝາຍວາງອອກໃນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເມື່ອປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ