ການປ່ຽນແປງຂອງດິນຟ້າອາກາດແມ່ນສາຍເຫດພາໃຫ້ເກີດໄພພິບັດທຳມະຊາດກ່ວາ 7.000 ເຫດໃນຮອບເວລາ 20 ປີຜ່ານມາ

(VOVWORLD) - ໄພພິບັດທຳມະຊາດໃນຮອບເວລາ 20 ປີຜ່ານມາ ໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດເຖິງເກືອບ 3.000 ຕື້ USD. 
ການປ່ຽນແປງຂອງດິນຟ້າອາກາດແມ່ນສາຍເຫດພາໃຫ້ເກີດໄພພິບັດທຳມະຊາດກ່ວາ 7.000 ເຫດໃນຮອບເວລາ 20 ປີຜ່ານມາ - ảnh 1ສະພາບການນ້ຳຖ້ວມຢູ່ປະເທດ ອິນໂດເນເຊຍ. ພາບ: RB.com

  ຕາມບົດລາຍງານຂອງສະຫະປະຊາຊາດທີ່ປະກາດໃນວັນທີ 12 ຕຸລາ ໃຫ້ຮູ້ວ່າ: ການປ່ຽນແປງຂອງດິນຟ້າອາກາດແມ່ນສາຍເຫດທີ່ພາໃຫ້ເກີດໄພພິບັດທຳມະຊາດກ່ວາ 7.000 ເຫດໃນຮອບເວລາ 20 ປີຜ່ານມາ. ນັບແຕ່ປີ 2000 ຮອດປີ 2019, ໂລກ ໄດ້ຮັບການຢັ້ງຢືນວ່າເກີດ 7.348 ເຫດໄພພິບັດທຳມະຊາດໃຫຍ່ ເຮັດໃຫ້ 1,2 ລ້ານຄົນເສຍຊີວິດ ແລະ ສົ່ງຜົນສະທ້ອນເຖິງ 4,2 ຕື້ຄົນໃນໂລກ. ບົດລາຍງານກໍ່ໃຫ້ຮູ້ວ່າ: ໄພພິບັດທຳມະຊາດໃນຮອບເວລາ 20 ປີຜ່ານມາ ໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດເຖິງເກືອບ 3.000 ຕື້ USD. ພະຍຸ ແລະ ນ້ຳແກ່ງນ້ຳຖ້ວມກວມເອົາ 72% ໃນຈຳນວນບັນດາເຫດໄພພິບັດທຳມະຊາດໃຫຍ່ ແລະ ຈຳນວນເຫດໄພພິບັດທຳມະຊາດນ້ຳແກ່ງນ້ຳຖ້ວມໄດ້ເພີ່ມຂຶ້ນທົບ 2 ເທົ່າ ໃນ 20 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ