ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ

(VOVWORLD) -ໃນໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.602.691 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 95.657 ຄົນ.

ການຜັນແປຂອງໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ - ảnh 1

ປະຈຸບັນ, ອາເມລິກາ ແມ່ນປະເທດມີຜູ້ຕິດໂລກລະບາດດັ່ງກ່າວຫຼາຍກວ່າໝູ່ 

(ພາບປະກອບ:  AFP/TTXVN)

ໄລ່ຮອດເວລາ 6 ໂມງຂອງຕອນເຊົ້າວັນທີ 10 ເມສາ, ຫວຽດນາມ ບໍ່ມີຜູ້ຕິດໂລກລະບາດໂຄວິດ-19 ລາຍໃໝ່ຕື່ມອີກ. ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດ ຍັງແມ່ນ 255 ຄົນ ແລະກໍ່ໃນວັນທີ 10 ເມສາ, ກໍ່ມີຜູ້ຕິດໂລກລະບາດດັ່ງກ່າວ 14 ຄົນໄດ້ຮັບການປິ່ນປົວຫາຍດີ.

ໃນຂະນະນັ້ນ, ໃນໂລກໄດ້ມີຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.602.691 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 95.657 ຄົນ. ປະຈຸບັນ, ອາເມລິກາ ແມ່ນປະເທດມີຜູ້ຕິດ ໂລກລະບາດດັ່ງກ່າວຫຼາຍກວ່າໝູ່, ແມ່ນ 468.286 ຄົນ, ໃນຂະນະທີ່ອີຕາລີ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດແມ່ນ 18.279 ຄົນ.

ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດໂຄວິດ- 19 ຢູ່ເອີລົບ ໄດ້ກວມເອົາເຄິ່ງໜຶ່ງຈຳນວນຜູ້ຕິດໂລກລະບາດໃນທົ່ວໂລກ. ຖັດຈາກອີຕາລີ, ແອັດສະປາຍ ແລະ ຝລັ່ງ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ 2 ແລະ ທີ 3 ຂອງພາກພື້ນນີ້, ນັ້ນແມ່ນ 15.447 ຄົນ ແລະ 12.210 ຄົນຕາມລຳດັບ.

ຢູ່ຈີນ, ວັນທີ 10 ເມສາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ໃຫ້ຮູ້ວ່າ ໄດ້ກວດພົບ 42 ຄົນຕິດໂລກລະບາດ ໃໝ່ຕື່ມອີກ, ໃນນັ້ນມີ 38 ຄົນແມ່ນມາຈາກຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ