ການຜັນແປຂອງໂລກລະບາດໂຄວິດ-19 ໃນທົ່ວໂລກ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 07 ພຶດສະພາ ຮອດເວລາ 6 ໂມງຂອງວັນທີ 08 ພຶດສະພາ, ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.

ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ກວດພົບ 288 ກໍລະນີຕິດໂລກລະບາດໂຄວິດ-19, ໃນນັ້ນມີ 184 ກໍລະນີແມ່ນມາຈາກຕ່າງປະເທດ ແລະ ໄດ້ແຍກຕົວພາຍຫຼັງເຂົ້າເມືອງ; 140 ກໍລະນີ ແມ່ນຕິດແປດໃນຊຸມຊົນ.

        ໃນຂະນະນັ້ນ, ໂລກໄດ້ມີ 3.913.376 ກໍລະນີຕິດໂລກລະບາດໂຄວິດ-19, ໃນນັ້ນມີ 270.420 ກໍລະນີເສຍຊີວິດ. ປະຈຸບັນໂລກລະບາດໄດ້ແຜ່ລາມອອກສູ່ 212 ປະເທດ ແລະ ເຂດແຄ້ວນ. ປະຈຸບັນມີ 1.340.655 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ.

        ອາເມລິກາ ຍັງແມ່ນໃຈກາງຂອງໂລກລະບາດ, ດ້ວຍ 1.292.413 ກໍລະນີຕິດໂລກລະບາດໂຄວິດ- 19, ຖັດມາແມ່ນ ແອັດສະປາຍ, ອີຕາລີ, ອັງກິດ, ລັດເຊຍ ແລະ ຝລັ່ງ.

        ໃນຂະນະນັ້ນ, ຢູ່ອາຟະລິກາໃຕ້, ກະຊວງສາທາລະນະສຸກປະເທດນີ້ໄດ້ຢັ້ງຢືນວ່າມີ 424 ກໍລະນີຕິດໂລກລະບາດຕື່ມອີກໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຍົກຈຳນວນຜູ້ຕິດໂລກລະບາດຂຶ້ນເປັນ 8.232 ຄົນ.

ຢູ່ອີຢິບ, ໄດ້ກວດພົບ 393 ກໍລະນີຕິດໂລກລະບາດ, ອັນໄດ້ສ້າງຂີດໝາຍເພີ່ມຂຶ້ນສູງທີ່ສຸດໃນມື້ໜຶ່ງ, ຍົກຈຳນວນຜູ້ຕິດໂລກລະບາດນີ້ຂຶ້ນເຖິງ 7.981 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ