ການຜັນແປຂອງໂລກລະບາດໂຄວິດ-19 ໃນໂລກ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 12 ມິຖຸນາ, ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ ໃໝ່ໃນຊຸມຊົນ.

ຈຳນວນກໍລະນີຕິດໂລກລະບາດໃນທົ່ວປະເທດທັງໝົດແມ່ນ 332 ກໍລະນີ, ໃນນັ້ນມີ 11 ກໍລະນີພວມປິ່ນປົວ, 321 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

        ໃນຂະນະນັ້ນ, ໃນທົ່ວໂລກໄດ້ມີ 7.583.903 ກໍລະນີຕິດໂລກລະບາດໂຄວິດ-19. ອາເມລິກາ ຍັງແມ່ນປະເທດໃຈກາງແຜ່ລະບາດດ້ວຍຜູ້ຕິດເຊື້ອແມ່ນ 2.089.696 ຄົນ. ພາກພື້ນອາເມລິກາ ລາຕິງ, ແມ່ນຈຸດຮ້ອນໃໝ່ກ່ຽວກັບໂລກລະບາດໂຄວິດ 19, ໃນນັ້ນມີຜູ້ຕິດເຊື້ອແມ່ນຫຼາຍກວ່າ 1,5 ລ້ານຄົນແລ້ວ.

        ຢູ່ເອີລົບ, ກະຊວງສາທາລະນະສຸກອີຕາລີ ຢືນຢັນວ່າ, ໂລກລະບາດຍັງແຜ່ລະບາດຢູ່ ແລະ ບັນດາກໍລະນີຕິດໂລກລະບາດແຕ່ບໍ່ສະແດງອາການພວມເພີ່ມຂຶ້ນ. ຍອດຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ອີຕາລີ ແມ່ນ 236.142 ຄົນ.

        ຢູ່ອາຊີ, ອຳນາດການປົກຄອງ ໂຕກຽວ ປະເທດຍີ່ປຸ່ນ ໄດ້ຕົກລົງຍົກເລີກການກ່າວເຕືອນກ່ຽວກັບຄວາມສາມາດເພີ່ມຂຶ້ນຂອງກໍລະນີຕິດໂລກລະບາດຢູ່ນະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ