ການຜັນແປສັບສົນຂອງໂລກພະຍາດໂຄວິດ-19 ຢູ່ຫຼາຍປະເທດ

(VOVWORLD) -ວັນທີ 20 ມີນາ, ໂລກພະຍາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 180 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ດ້ວຍຈຳນວນຜູ້ຕິດພະຍາດແມ່ນກວ່າ 245.000 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 10.000 ຄົນ.
ການຜັນແປສັບສົນຂອງໂລກພະຍາດໂຄວິດ-19 ຢູ່ຫຼາຍປະເທດ - ảnh 1 (ພາບປະກອບ: TTXVN)

ໃນນັ້ນ, ອີຕາລີ ແມ່ນປະເທດມີຜູ້ເສຍຊີວິດຫຼາຍກວ່າໝູ່ຢູ່ເອີລົບ, ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 2.978 ຄົນ ແລະ ຜູ້ຕິດໄວຣັດນີ້ແມ່ນ 35.713 ຄົນ. ແອັດສະປາຍ ກໍ່ໄດ້ແຈ້ງໃຫ້ຊາບວ່າ, ມີ 209 ຄົນເສຍຊີວິດຕື່ມອີກ, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຍ້ອນໂລກລະບາດໂຄວິດ-19 ຂຶ້ນເປັນ 767 ຄົນ.

ຢູ່ອັງກິດ, ມີ 104 ຄົນເສຍຊີວິດ ແລະ 2.626 ຄົນຕິດເຊື້ອໄວຣັດ SARS-CoV-2. ຢູ່ອີຣານ, ມີ 1.284 ຄົນເສຍຊີວິດ, ໃນນັ້ນຜູ້ຕິດໂລກລະບາດໂຄວິດ-19 ໄດ້ເພີ່ມຂຶ້ນ 18.407 ຄົນ.

ອິນໂດເນເຊຍ ໄດ້ແຈ້ງໃຫ້ຊາບວ່າ, ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ໃນວັນທີ 19 ມີນາ 85 ຄົນ, ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ຍົກຈຳນວນຜູ້ຕິດເຊື້ອໄວຣັດຂຶ້ນເປັນ 309 ຄົນ. ວົງການເຈົ້າໜ້າທີ່ສາທາລະນະສຸກຂອງປະເທດນີ້ກໍ່ໄດ້ແຈ້ງໃຫ້ຊາບວ່າ, ມີຜູ້ເສຍຊີວິດຕື່ມອີກ 6 ຄົນ, ຍົກຈຳນວນຜູ້ເສຍຊີວິດຂຶ້ນເປັນ 25 ຄົນ- ສູງທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 19 ມີນາ (ຕາມເວລາຫວຽດນາມ), ກະຊວງການຕ່າງປະເທດອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ຈະຢຸດຕິການອອກວີຊາທຳມະດາຢູ່ຫຼາຍປະເທດຍ້ອນໂລກພະຍາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ