ການຜັນແປຫລ້າສຸດ ຢູ່ເຂດ ກາຊາ

(VOVWORLD) -ອົງການສາທາລະນະສຸກ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ: ການປະທະກັນເກີດຂຶ້ນໃນຊຸມມື້ຜ່ານມາ ໄດ້ເຮັດໃຫ້ຊາວ ປາແລດສະຕີນ ຢ່າງຫນ້ອຍສຸດ 132 ຄົນຖືກເສຍຊີວິດ ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍກວ່າ 50 ຄົນ.
ການຜັນແປຫລ້າສຸດ ຢູ່ເຂດ ກາຊາ - ảnh 1ອິດສະຣາແອນ ບຸກໂຈມຕີໃສ່ ອາຄານຫລັງຫນຶ່ງຢູ່ເຂດ ກາຊາ

ວັນທີ 15 ພຶດສະພາ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໂອ້ລົມທາງໂທລະສັບເພື່ອແລກປ່ຽນກ່ຽວກັບສະພາບການມໍ່ໆມານີ້ ຢູ່ ເຂດ ກາຊາ. ການນຳ ອິດສະຣາແອນ ໃຫ້ຮູ້ວ່າ: ປະເທດນີ້ ພວມຫາທຸກວິທີເພື່ອປົກປ້ອງສາມັນຊົນ. ນອກນັ້ນ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ ກໍ່ອະທິບາຍວ່າ ເລື່ອງ ອິດສະຣາແອນ ບຸກໂຈມຕີ ໃສ່ບັນດາອາຄານຊັ້ນສູງຢູ່ເຂດ ກາຊາ ຍ້ອນວ່າ ນີ້ແມ່ນບ່ອນອາໄສຂອງຂະບວນການ Hamas ແລະ ກໍ່ໄດ້ແຈ້ງໃຫ້ ປະຊາຊົນ ຮັບຊາບເພື່ອ ຍ້າຍໄປ.

ໃນວັນດຽວກັນ ປະທານາທິບໍດີ ປາແລດສະຕິນ Mahmoud Abbas ກໍ່ໄດ້ໂອ້ລົມທາງໂທລະສັບກັບການນຳ ອາເມລິກາ. ນີ້ແມ່ນ ການໂອ້ລົມທາງໂທລະສັບເປັນຄັ້ງທຳອິດລະຫວ່າງ ການນຳ ອາເມລິກາ ແລະ ປາແລດສະຕິນ ນັບແຕ່ເມື່ອທ່ານ Joe Biden ຂຶ້ນກຳອຳນາດ.

ໃນຂະນະນັ້ນ ການປະທະກັນລະຫວ່າງ ກຳລັງ Hamas ແລະ ກອງທັບ ອິດສະຣາແອນ ສືບຕໍ່ເກີດຂຶ້ນໃນວັນທີ 15 ພຶດສະພາ. ອົງການສາທາລະນະສຸກ ຢູ່ເຂດ ກາຊາ ໃຫ້ຮູ້ວ່າ: ການປະທະກັນເກີດຂຶ້ນໃນຊຸມມື້ຜ່ານມາ ໄດ້ເຮັດໃຫ້ຊາວ ປາແລດສະຕີນ ຢ່າງຫນ້ອຍສຸດ 132 ຄົນຖືກເສຍຊີວິດ ໃນນັ້ນ ມີແມ່ຍິງ ແລະ ເດັກນ້ອຍກວ່າ 50 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ