ການຜະລິດດຳເນີນທຸລະກິດສືບຕໍ່ທ່າຟື້ນຟູ

(VOVWORLD) - ໄລ່ລວມ 4 ເດືອນຕົ້ນປີ, IIP ເພີ່ມຂຶ້ນ 6%, ໄດ້ມີການປັບປຸງພໍສົມຄວນເມື່ອທຽບໃສ່ໄລຍະຫລຸດລົງ 2,5% ຂອງໄລຍະດຽວກັນຂອງປີ 2023.
ການຜະລິດດຳເນີນທຸລະກິດສືບຕໍ່ທ່າຟື້ນຟູ - ảnh 1ພາບປະກອບ

ຕາມຕົວເລກຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ທີ່ຫາກໍ່ປະກາດແລ້ວ, ດັດຊະນີການຜະລິດອຸດສາຫະກຳ (IIP) ເດືອນ ເມສາ ຂອງ ຫວຽດນາມ ຄາດວ່າເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນ ມີນາ ແລະ ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມ 4 ເດືອນຕົ້ນປີ, IIP ເພີ່ມຂຶ້ນ 6%, ໄດ້ມີການປັບປຸງພໍສົມຄວນເມື່ອທຽບໃສ່ໄລຍະຫລຸດລົງ 2,5% ຂອງໄລຍະດຽວກັນຂອງປີ 2023. ໃນຂະນະນັ້ນ, ຂະແໜງປຸງແຕ່ງ, ປະດິດປຸງແຕ່ງເພີ່ມຂຶ້ນ 6,3%, ປະກອບສ່ວນ 5,5 ຈຸດສ່ວນຮ້ອຍເຂົ້າລະດັບການເພີ່ມຂຶ້ນລວມ. ການຜະລິດອຸດສາຫະກຳຮັກສາທ່າຟື້ນຟູໃນໜຶ່ງປີຜ່ານມາ, ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນລະດັບເພີ່ມຂຶ້ນ 15% ຂອງການສົ່ງອອກໃນ 4 ເດືອນຜ່ານມາ. ຕາມນັ້ນແລ້ວ, ຜະລິດຕະພັນອຸດສາຫະກຳກວມກ່ວາ 87% ໃນຍອດວົງເງິນການສົ່ງອອກ 123,64 ຕື້ໂດລາສະຫະລັດ. ການສົ່ງອອກເກີນດຸນກໍ່ເພີ່ມຂຶ້ນເປັນ 8,4 ຕື້ໂດລາສະຫະລັດ, ເມື່ອທຽບໃສ່ຕົວເລກ 7,66 ຕື້ ໂດລາສະຫະລັດ ຂອງໄລຍະດຽວກັນຂອງປີກາຍ.

        ໃນຂະນະນັ້ນ, ບົດລາຍງານມະຫາພາກໃນໄຕມາດ I ຂອງຫຼັກຊັບ VnDirect ຈຳໜ່າຍທ້າຍເດືອນ ເມສາ ໄດ້ຕີລາຄາວ່າຂະແໜງອຸດສາຫະກຳຍັງພວມຮັກສາທ່າຟື້ນຟູ. ພ້ອມກັບການຜະລິດ, ການຄ້າ ການບໍລິການ ແລະ ການລົງທຶນຍັງຮັກສາຕັ້ງໜ້າໃນ 4 ເດືອນຜ່ານມາ, ການລົງທຶນຈາກງົບປະມານຂອງລັດ ແລະ ຈາກຕ່າງປະເທດເພີ່ມຂຶ້ນຕາມລຳດັບແມ່ນ 5,9% ແລະ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸເກືອບ 9,3 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ