ການຜະລິດໝາກມ່ວງຕາມມາດຕະການຄຸນນະພາບທົ່ວໂລກເພື່ອສົ່ງອອກ

(VOVWORLD) -ປີ 2020, ວົງເງິນສົ່ງອອກໝາກມ່ວງຂອງຫວຽດນາມ ບັນລຸກວ່າ 180 ລ້ານ USD.
ການຜະລິດໝາກມ່ວງຕາມມາດຕະການຄຸນນະພາບທົ່ວໂລກເພື່ອສົ່ງອອກ - ảnh 1(ພາບປະກອບ)

ວັນທີ 12 ເມສາ, ຢູ່ແຂວງ ດົ່ງທ໊າບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ດົ່ງທ໊າບ ຈັດກອງປະຊຸມສຳມະນາ ຍົກສູງກຳລັງຄວາມສາມາດໃນການເຄົາລົບ ແລະ ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບໝາກມ່ວງສົ່ງອອກຂອງຫວຽດນາມ. ປີ 2020, ວົງເງິນສົ່ງອອກໝາກມ່ວງຂອງຫວຽດນາມ ບັນລຸກວ່າ 180 ລ້ານ USD. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເຈິ່ງແທັງນາມ ຖືວ່າ, ນອກຈາກຄວາມເອົາໃຈໃສ່ເຖິງບັນຫາສົ່ງອອກແລ້ວ, ກໍ່ຕ້ອງເອົາໃຈໃສ່ເຖິງຄຸນນະພາບ, ບັນດາມາດຕະຖານ ເພື່ອຍູ້ແຮງການຈຳໜ່າຍຢູ່ຕະຫຼາດພາຍໃນປະເທດອີກດ້ວຍ.

        “ຕ້ອງມີບັນດາຮາກຖານໜູນຊ່ວຍການປຸງແຕ່ງ, ເກັບຮັກສາໃນຂອບຂະໜາດກາງ ແລະ ນ້ອຍ ເພື່ອຮັບປະກັນການສ້າງພື້ນຖານ logistics ຈາກຊົນນະບົດໄປສູ່ຕົວເມືອງ. ພວກຂ້າພະເຈົ້າເອົາໃຈໃສ່ເຖິງບັນຫາຫັນການເກັບຮັກສາ ແລະ ເກັບກ່ຽວໝາກມ່ວງເປັນກົນຈັກທີ່ສຸດ ເພື່ອຫຼຸດຜ່ອນລາຍຈ່າຍ, ຍົກສູງມູນຄ່າຂອງໝາກມ່ວງຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ