ການຝຶກຊ້ອມດັບສູນກໍ່ການຮ້າຍຂະແໜງການບິນຢູ່ສະໜາມບິນ ເຕີນເຊີນເຍີດ

ການຝຶກຊ້ອມດັບສູນກໍ່ການຮ້າຍຂະແໜງການບິນຢູ່ສະໜາມບິນ ເຕີນເຊີນເຍີດ - ảnh 1
ການ​ຝຶກຊ້ອ​ມ​ດັບ​ສູນກໍ່​ການ​ຮ້າຍ​ຂະ​ແໜງ​ການບິນຢູ່​ສະໜາມບິນ​ເຕີນ​ເຊີນ​ເຍີ​ດ   (ພາບ: vanhoathethao)

(vovworld)- ການ​ຝຶກຊ້ອ​ມ​ດັບ​ສູນກໍ່​ການ​ຮ້າຍ​ຂະ​ແໜງ​ການບິນຢູ່​ສະໜາມບິນ​ເຕີນ​ເຊີນ​ເຍີ​ດ ​ໂດຍ​ກອງ​ບັນຊາການ​ກຳລັງ​ສຸກ​ເສີນ​ການບິນ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ສົມທົບ​ກັບ​ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 30/11 ຢູ່​ທ່າ​ອາກາດ​ສະຍານ​ສາກົນ​ເຕີນ​ເຊີນ​ເຍີ​ດ. ນີ້​ແມ່ນ​ການ​ຝຶກ​ຊ້ອມ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໝູ່​ນັບ​ແຕ່​ກອ່ນ​ເປັນຕົ້ນ​ມາ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັບ​ພັນ​ຄົນ​ພ້ອມ​ກັບ​ພາຫະນະ, ຍານພາຫະນະ​ພິ​ເສດຫຼາຍ​ຢ່າງ. ທ່ານ​ພັນ​ໂທ ຫງວຽນ​ຊີ້​ກວາງ ຜູ້​ປະຈຳການ ກອງ​ບັນຊາການ​ກຳລັງ​ສຸກ​ເສີນ​ການບິນ​ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ :

    “ ​ໄດ້​ມີ 44 ບໍລິສັດ​ການບິນ​ສາກົນ​ພວມ​ຂຸດ​ຄົ້ນ​ການ​ເຄື່ອນ​ໄຫວຢູ່ ສະໜາມບິນ​ເຕີນ​ເຊີນ​ເຍີ​ດ ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ. ຜ່ານ​ການ​ເຄື່ອນ​ໄຫວນີ້, ພວກ​ເຮົາ​ສາມາດ​ຢັ້ງຢືນ​ຄວາມ​ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ, ຄວສາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ນະຄອນ​ໂຮ່ຈິ​ມິນ, ​ເພ່ືອ​ໃຫ້​ເຂົ້າ​ເຈົ້າ​ກ້າຫານ​ລົງທຶນ​ກໍ​ຄື​ມີ​ຄວາມ​ໝັ້ນ​ໃຈ ຂຸດ​ຄົ້ນ​ການ​ເຄື່ອນ​ໄຫວຢູ່ ສະໜາມບິນ​ເຕີນ​ເຊີນ​ເຍີ​ດ” 

ຂ່າວ/ບົດ​ອື່ນ