ການ​ຝຶກຊ້ອມສາ​ກົນ ອາ​ຊຽນ - ຍີ່​ປຸ່ນ 2021: ເພີ່ມ​ທະ​ວີ​ການ​ປ້ອງ​ກັນການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ໃຫ້​ແກ່​ບັນ​ດາ​ອົງ​ການ​ແຫ່ງ​ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ແພດ

(VOVWORLD) -ບັນດາໜ່ວຍງານເຕັກໂນໂລຢີຂໍ້ມູນຂ່າວສານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021 ທາງອອນລາຍ ດ້ວຍການຝຶກຊ້ອມ ຂອງ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ.
ການ​ຝຶກຊ້ອມສາ​ກົນ ອາ​ຊຽນ - ຍີ່​ປຸ່ນ 2021: ເພີ່ມ​ທະ​ວີ​ການ​ປ້ອງ​ກັນການ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ໃຫ້​ແກ່​ບັນ​ດາ​ອົງ​ການ​ແຫ່ງ​ລັດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ແພດ - ảnh 1ການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021ຢູ່ ຫວຽດນາມ (ພາບ:  VNCERT)

ວັນທີ 24 ມິຖຸນາ, ສູນກູ້ຊ່ວຍສຸກເສີນເຄືອຂ່າຍອິນເຕີເນັດ ຫວຽດນາມ (ຂຶ້ນກັບກົມຄວາມປອດໄພດ້ານຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ) ໄດ້ຈັດໃຫ້ ບັນດາສະມາຊິກເຄືອຂ່າຍກູ້ຊ່ວຍແກ້ໄຂບັນຫາ ຮັກສາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແຫ່ງຊາດ, ບັນດາໜ່ວຍງານເຕັກໂນໂລຢີຂໍ້ມູນຂ່າວສານຂອງບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ເຂົ້າຮ່ວມການຝຶກຊ້ອມສາກົນ ອາຊຽນ - ຍີ່ປຸ່ນ 2021 ທາງອອນລາຍ ດ້ວຍການຝຶກຊ້ອມ ຂອງ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ.

ການບຸລິມະສິດຫຼັກໃນການຝຶກຊ້ອມຢູ່ ຫວຽດນາມ ແມ່ນແນໃສ່ຍົກສູງກຳລັງຄວາມສາມາດໃນການສົມທົບກັນ, ຮັບມືກັບບັນຫາຂອງບັນດາໜ່ວຍງານ, ກຳແໜ້ນວິທີການແກ້ໄຂ, ວິທີການຕິດຕໍ່ພົວພັນ, ສົມທົບກັບແບ່ງປັນຂໍ້ມູນກັບເຄືອຂ່າຍກູ້ຊ່ວຍບັນຫາແຫ່ງຊາດ ເມື່ອເກີດມີບັນດາກໍລະນີທີ່ຄ້າຍຄືນກັນໃນຕົວຈິງຂຶ້ນ. ບັນດາຫົວໜ່ວຍຈະໄດ້ເຂົ້າຮ່ວມການປຶກສາຫາລື, ແບ່ງປັນ ກ່ຽວກັບ ບັນດາວິທີການກູ້ຊ່ວຍ, ແກ້ໄຂບັນຫາເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການຮັບມືກັບບັນຫາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ