ການຝືກຊ້ອມຮັບມືກັບເຫດອັນຕະລາຍດ່ວນແຫ່ງຊາດກ່ຽວກັບການບິນພົນລະເຮືອນ

ການຝືກຊ້ອມຮັບມືກັບເຫດອັນຕະລາຍດ່ວນແຫ່ງຊາດກ່ຽວກັບການບິນພົນລະເຮືອນ - ảnh 1


(vovworld) - ຕອນ​ເຊົ້າ​ວັນ​ທີ 9/12, ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ການ​ບິນ​ພົນລະ​ເຮື​ອນ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ການ​ຝືກຊ້ອມ​ຮັບ​ມື​ກັບ​ເຫດອັນຕະລາຍດ່ວນ ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ການ​ກະທຳ​ແຊກ​ແຊງ​ຢ່າງ​ຜິດ​ກົດໝາຍ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ພົນ​ລະ​ເຮືອນ​ຢູ່ ສະຫນາມ​ບິນ ລຽນ​ເຄືອງ (Liên Khương) ​ແຂວງ Lâm Đồng. ກ່າວ​ຄຳ​ເຫັນ​ທີ່​ການ​ຊ້ອມ​ຮົບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ​ການ​ບິນ​ພົນລະ​ເຮືອນ​ແຫ່ງ​ຊາດ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ການ​ຝືກຊ້ອມ​ໃນ​ມື້​ນີ້ ​ເພື່ອ​ໃຫ້​ພວກ​ເຮົາ​ສຳ​ຫລວດ​ກວດຄືນ​ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຫົວຫນ່ວຍ, ບັນດາ​ກຳລັງ​ທີ່ເຂົ້າ​ຮ່ວມ​ວຽກ​ງານ​ຮັບ​ມື​ກັບ​ເຫດ​ອັນ​ຕະລາຍ​ດ່ວນ. ລັດຖະບານ ກໍ​ໄດ້​ປະກາດ​ໃຊ້​ຂໍ້​ຕົກລົງ​ເລ​ກທີ 44 ກ່ຽວກັບ​ບັນດາ​ວິ​ທີ​ການ​ຮັບ​ມື​ກັບ​ເຫດ​ອັນຕະລາຍ​ດ່ວນ, ​ແຕ່​ພວກ​ເຮົາ​ບໍ່​ມີ​ການ​ຝືກຊ້ອມ ພວກ​ເຮົາ​ບໍ່​ສາມາດ​ສະກັດ​ກັ້ນ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊັບ​ສິນ ​ແລະ ຊີວິດ​ອີນຊີ​ຢ່າງ​ສຸດ​ຂີດ​ໄດ້. ສະ​ນັ້ນ ການ​ຝືກຊ້ອມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ.”

ຂ່າວ/ບົດ​ອື່ນ